Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 2:3 - ພຣະຄຳພີສັກສິ

3 ພຣະອົງ​ໄດ້​ໂຍນ​ຂ້ານ້ອຍ​ລົງ​ໄປ​ໃນ​ບ່ອນເລິກ ສູ່​ພື້ນ​ທ້ອງ​ຂອງ​ທະເລ​ເລິກ​ນັ້ນເອງ ບ່ອນ​ທີ່​ກະແສ​ນໍ້າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ແລະ​ຄື້ນ​ແຮງ​ໜັກ​ກໍໄດ້​ມ້ວນ​ຂ້ານ້ອຍ​ໄວ້.

Uka jalj uñjjattʼäta Copia luraña




ໂຢນາ 2:3
11 Jak'a apnaqawi uñst'ayäwi  

ຄື້ນ​ຄວາມຕາຍ​ກໍໄດ້​ປິດລ້ອມ​ຂ້ານ້ອຍ​ໄວ້ ຄື້ນ​ການທຳລາຍ​ກໍ​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.


ຂ້ານ້ອຍ​ຮັກ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້ຍິນ​ສຽງ​ຂອງ​ຂ້ານ້ອຍ​ຮ້ອງຫາ ພຣະອົງ​ຊົງ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ.


ພຣະອົງ​ຟັງ​ຂ້ານ້ອຍ​ທຸກໆເທື່ອ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ.


ເມື່ອ​ຂ້ານ້ອຍ​ເດືອດຮ້ອນ ຂ້ານ້ອຍ​ກໍ​ໄຫວ້ວອນ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ຊົງ​ຕອບ​ຂ້ານ້ອຍ.


ນໍ້າ​ເລີ່ມ​ໄຫລ​ຖ້ວມ​ຂ້ານ້ອຍ​ຂຶ້ນໄປ ຄິດວ່າ​ຄວາມຕາຍ​ໃກ້​ເຂົ້າ​ມາ​ສາ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ຄໍ່າຄວນ​ຮ້ອງຂໍ​ຈາກ​ພື້ນ​ຫລຸມ​ເລິກ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka