Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 2:2 - ພຣະຄຳພີສັກສິ

2 “ໃນ​ຄວາມທຸກໃຈ​ຢ່າງນີ້ ຂ້ານ້ອຍ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ ພຣະອົງ​ໄດ້​ໃຫ້​ຄຳຕອບ​ແກ່​ຂ້ານ້ອຍ​ແລ້ວ. ແຕ່​ບ່ອນເລິກ​ຂອງ​ພິພົບ​ຄົນຕາຍ ຂ້ານ້ອຍ​ຮ້ອງຂໍ ໃຫ້​ຊ່ວຍ​ແລະ​ພຣະອົງ​ກໍ​ໄດ້​ຍິນ​ສຽງ​ຂອງ​ຂ້ານ້ອຍ​ແລ້ວ.

Uka jalj uñjjattʼäta Copia luraña




ໂຢນາ 2:2
26 Jak'a apnaqawi uñst'ayäwi  

ເມື່ອ​ໄດ້​ທົນທຸກ​ຢູ່​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ຖ່ອມຕົວ​ລົງ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ຖ່ອມຕົວ​ລົງຫລາຍ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.


ຂ້ານ້ອຍ​ຖືກ​ລ້ອມ​ດ້ວຍ​ອັນຕະລາຍ​ເຖິງ​ຕາຍ ຈຶ່ງ​ຢູ່​ໃຕ້​ເງົາ​ແຫ່ງ​ແດນ​ມໍຣະນາ​ນັ້ນ. ມັນ​ຮັດບີບ​ໄວ້​ຈົນ​ອຶດອັດ​ໃນ​ຈິດໃຈ ຈຶ່ງ​ມີ​ແຕ່​ຢ້ານກົວ​ແລະ​ໂສກເສົ້າ.


ເມື່ອ​ຂ້ານ້ອຍ​ເດືອດຮ້ອນ ຂ້ານ້ອຍ​ກໍ​ໄຫວ້ວອນ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ຊົງ​ຕອບ​ຂ້ານ້ອຍ.


ເພາະ​ພຣະອົງ​ຄຸ້ມຄອງ​ຈາກ​ອຳນາດ​ຄວາມຕາຍ ບໍ່​ປ່ອຍ​ໃຫ້​ຜູ້​ບໍຣິສຸດ​ຂອງ​ພຣະອົງ​ຕ້ອງ​ເປື່ອຍເນົ່າ.


ຄົນ​ທຸກຈົນ​ພຣະອົງ​ບໍ່​ປະຖິ້ມ ແຕ່​ສົນໃຈ​ຍ້ອນ​ພວກເຂົາ​ທົນທຸກ ພຣະອົງ​ບໍ່​ຫັນໜີ ແຕ່​ຕອບ​ສິ່ງ​ທີ່​ເຂົາເຈົ້າ​ຮ້ອງຂໍ.”


ຜູ້​ຂາດ​ທີ່ເພິ່ງ ເມື່ອ​ຮ້ອງຫາ​ພຣະເຈົ້າຢາເວ​ແລ້ວ ຄຳຕອບ​ກໍ​ມີ​ມາ ພຣະອົງ​ຊ່ວຍ​ເອົາ​ລາວ​ຈາກ​ຄວາມ​ເດືອດຮ້ອນ.


ເມື່ອ​ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ໂຜດ​ຕອບ​ແດ່ ໂອ ຂ້າແດ່​ພຣະເຈົ້າ ພຣະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ ເມື່ອ​ເດືອດຮ້ອນ​ໂຜດ​ຊ່ວຍ​ແດ່ ບັດນີ້​ໂຜດ​ເມດຕາ ແລະ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ແດ່ທ້ອນ.


ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ເພາະ​ຄວາມ​ໝົດຫວັງ ແລະ​ຂ້ານ້ອຍ​ກໍ​ກຳລັງ​ຢູ່​ຫ່າງໄກ​ຈາກ​ບ້ານ.


ກໍ​ເພາະ​ພຣະອົງ​ຕອບ​ຄຳ​ພາວັນນາ​ອະທິຖານ ຄົນ​ທົ່ວ​ໂລກ​ຈະ​ມາ​ຫາ​ພຣະອົງ​ເມື່ອ​ພວກເຂົາ​ມີ​ຜິດບາບ.


ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ສຳລັບ​ຂ້ານ້ອຍ ພຣະອົງ​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ຫວິດ​ຈາກ​ຂຸມຝັງສົບ​ແລ້ວ.


ແດນ​ມໍຣະນາ​ກຳລັງ​ຕຽມພ້ອມ​ເພື່ອ​ຕ້ອນຮັບ​ກະສັດ​ແຫ່ງ​ບາບີໂລນ. ບັນດາ​ວິນຍານ​ຂອງ​ພວກ​ທີ່​ເຄີຍ​ມີ​ອຳນາດ​ເທິງ​ໂລກນີ້ ຕ່າງ​ກໍ​ຖືກ​ປຸກ​ຂຶ້ນ​ມາ. ວິນຍານ​ຂອງ​ບັນດາ​ກະສັດ​ທີ່​ຕາຍໄປ​ແລ້ວ ຕ່າງ​ກໍ​ລຸກ​ຂຶ້ນ​ມາ​ຈາກ​ບັນລັງ​ຂອງຕົນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ຄໍ່າຄວນ​ຮ້ອງຂໍ​ຈາກ​ພື້ນ​ຫລຸມ​ເລິກ


ເຮົາ​ຈະ​ສົ່ງ​ເຈົ້າ​ລົງ​ໄປ​ຮ່ວມ​ກັບ​ຄົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ແດນ​ມໍຣະນາ​ແຕ່​ກ່ອນກີ້. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢູ່​ຮ່ວມ​ກັບ​ພວກ​ຄົນຕາຍ​ໃນ​ໂລກ​ໃຕ້​ດິນ​ທີ່​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ຕະຫລອດໄປ. ໃນທີ່ສຸດ ເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ແລະ​ບໍ່ມີ​ວັນ​ທີ່​ຈະ​ກັບຄືນ​ໄປ​ບ່ອນ​ຂອງ​ເຈົ້າ ໃນ​ດິນແດນ​ຂອງ​ຄົນ​ເປັນ.


ເພາະສະນັ້ນ ແຕ່​ນີ້​ໄປ​ຈະ​ບໍ່ມີ​ຕົ້ນໄມ້​ໃດໆ ບໍ່​ວ່າ​ຈະ​ມີ​ນໍ້າ​ລໍ່ລ້ຽງ​ດີ​ປານໃດ​ກໍຕາມ ມີ​ຍອດ​ຢຽດ​ສູງ​ຈົນ​ຈຸເມກ ຫລື​ຈະ​ໃຫຍ່ ແລະ​ສູງ​ຂຶ້ນ​ເຊັ່ນນີ້​ອີກ. ພວກມັນ​ທັງໝົດ​ຈະ​ຕາຍ​ເພາະ​ເຄາະກຳ​ຢ່າງ​ມະນຸດ​ທຳມະດາ ຄື​ໄດ້​ຮັບ​ເຄາະກຳ​ເພື່ອ​ຈະ​ລົງ​ໄປ​ຮ່ວມ​ກັບ​ພວກ​ທີ່​ຢູ່​ແດນ​ມໍຣະນາ.


ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຈະ​ຢູ່​ໃນ​ພື້ນ​ຂອງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ຢ່າງ​ນັ້ນ.


ດ້ວຍວ່າ, ທຸກຄົນ​ທີ່​ໝັ່ນ​ຂໍ ກໍໄດ້​ຮັບ ຜູ້ໃດ​ທີ່​ໝັ່ນ​ຊອກ​ຫາ ກໍໄດ້​ພົບ ແລະ​ຜູ້ໃດ​ທີ່​ໝັ່ນ​ເຄາະ ກໍ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.


ເມື່ອ​ຊົງ​ເກີດ​ເປັນທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ ພຣະອົງ​ກໍ​ຊົງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫລາຍ ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນເມັດ​ໃຫຍ່.


ເພາະ​ພຣະອົງ​ຈະ​ບໍ່​ປະຖິ້ມ​ຂ້ານ້ອຍ​ໄວ້ ໃນ​ແດນ​ມໍຣະນາ ບ່ອນ​ທີ່​ຄົນ​ຕາຍ​ຢູ່​ນັ້ນ, ທັງ​ຈະ​ບໍ່​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ ຜູ້​ທີ່​ບໍຣິສຸດ​ເປື່ອຍເນົ່າ​ໃນ​ຂຸມຝັງສົບ.


ຝ່າຍ​ພຣະບຸດ​ນັ້ນ ຂະນະ​ເມື່ອ​ຊົງ​ເປັນ​ມະນຸດ​ຢູ່ ພຣະອົງ​ໄດ້​ຊົງ​ຖວາຍ​ຄຳ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງໄຫ້​ຢ່າງ​ໜັກ ແລະ​ມີ​ນໍ້າຕາ​ໄຫລ​ຮ້ອງຂໍ​ຕໍ່​ພຣະເຈົ້າ ຜູ້​ຊົງ​ສາມາດ​ໂຜດ​ໃຫ້​ພຣະອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ນ້ອມ​ຮັບ​ຟັງ ເນື່ອງ​ດ້ວຍ​ຄວາມ​ຢຳເກງ​ຂອງ​ພຣະອົງ.


ຢ່າ​ຄິດ​ວ່າ​ຂ້ານ້ອຍ​ເປັນ​ຍິງ​ຊົ່ວຮ້າຍ​ເລີຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຄວນຄາງ​ຢູ່​ຢ່າງ​ນີ້​ເພາະ​ຂ້ານ້ອຍ​ເປັນທຸກ​ໜັກໃຈ​ຫລາຍ​ທີ່ສຸດ​ຈົນເຖິງ​ບັດນີ້.”


ບັດນີ້ ດາວິດ​ເປັນທຸກໃຈ​ຫລາຍ​ທີ່ສຸດ ກໍ​ເພາະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ເກີດ​ມີ​ຄວາມ​ຂົມຂື່ນ ຍ້ອນ​ພວກເຂົາ​ສູນເສຍ​ລູກ​ເມຍ ແລະ​ພວກເຂົາ​ຕ່າງ​ກໍ​ຂູ່​ວ່າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ດາວິດ, ແຕ່​ດາວິດ​ໄດ້​ຊູ​ກຳລັງໃຈ​ຂຶ້ນ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka