Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 2:10 - ພຣະຄຳພີສັກສິ

10 ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໃຫ້​ປາໃຫຍ່​ໂຕ​ນັ້ນ ຂຶ້ນ​ມາ​ຄາຍ​ໂຢນາ​ໄວ້​ເທິງ​ດິນ​ແຫ້ງ ແລະ​ມັນ​ກໍໄດ້​ເຮັດ​ຕາມ.

Uka jalj uñjjattʼäta Copia luraña




ໂຢນາ 2:10
18 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ແຜ່ນດິນ​ເກີດ​ພືດ​ທຸກ​ຊະນິດ​ທັງ​ແນວ​ເປັນເມັດ​ແລະ​ແນວ​ເປັນ​ໝາກ​ຕາມ​ຊະນິດ​ຂອງ​ມັນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ດວງແຈ້ງ​ໃນ​ທ້ອງຟ້າ ແຍກ​ກາງເວັນ​ຈາກ​ກາງຄືນ ແລະ​ໃຫ້​ເປັນ​ເຄື່ອງໝາຍ​ກຳນົດ​ເວລາ​ຂອງ​ມື້, ປີ ແລະ​ລະດູ​ການ;


ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ເກີດ​ມີ​ແສງ​ແຈ້ງ​ສ່ອງ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ພຣະ​ເຈົ້າ​ຈຶ່ງ​ຊົງ​ສ້າງ​ແຜ່ນ​ຟ້າ ແລະ​ແຍກ​ນໍ້າ​ອອກ​ຈາກ​ກັນ​ຄື: ນໍ້າ​ທີ່​ຢູ່​ເທິງ​ແຜ່ນ​ຟ້າ​ແລະ​ນໍ້າ​ທີ່​ຢູ່​ລຸ່ມ​ແຜ່ນ​ຟ້າ. ແລະ​ກໍ​ເປັນ​ດັ່ງນັ້ນ.


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ນໍ້າ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ພື້ນດິນ​ແຫ້ງ​ຈະ​ໄດ້​ປາກົດ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ພຣະອົງ​ໄດ້​ສັ່ງ​ໃຫ້​ຝູງ​ຮີ້ນ​ແລະ​ຝູງເຫລືອກ​ມາ ມີ​ຈຳນວນ​ມາກມາຍ​ໄຕ່​ຢູ່​ທົ່ວ​ປະເທດ​ຂອງ​ພວກເຂົາ.


ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ແລະ​ຝູງ​ຕັກແຕນ​ກໍໄດ້​ມາ ພວກມັນ​ມາ​ຢ່າງ​ມະຫາສານ ຈົນ​ນັບ​ບໍ່ໄດ້.


ຄົນ​ທຸກຈົນ​ຈະ​ກິນ​ອີ່ມ ແລະ​ເພິ່ງພໍໃຈ ເປັນ​ພວກ​ທີ່​ມາ​ເພິ່ງພາ​ອາໄສ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ພາກັນ​ຮ້ອງ​ຍົກຍໍ​ພຣະນາມ ຂໍ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ໄປ​ເລື້ອຍໆ​ເທີ້ນ.


ເມື່ອ​ພຣະອົງ​ຊົງ​ກ່າວ ໂລກນີ້​ກໍໄດ້​ເກີດ​ມາ ທຸກສິ່ງ​ກໍໄດ້​ປາກົດ​ຂຶ້ນ​ມາ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ປິ່ນປົວ​ຂ້ານ້ອຍ​ໃຫ້​ຫາຍດີ ຂ້ານ້ອຍ​ຈະ​ດີດ​ກິດຕາ ແລະ​ສັນລະເສີນ​ພຣະອົງ ທັງ​ຮ້ອງລຳ​ທຳເພງ​ພ້ອມ​ຖວາຍ​ແດ່​ພຣະອົງ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາບເທົ່າ​ທີ່​ຍັງ​ມີ​ຊີວິດ​ຢູ່.”


ເຮົາ​ຜູ້ດຽວ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າຢາເວ​ເດີ ເຮົາ​ແຕ່​ຜູ້ດຽວ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ແຕ່​ເຮົາ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຈົ້າ​ບໍ່ມີ​ພຣະເຈົ້າ​ອົງອື່ນ​ນອກຈາກ​ເຮົາ. ເຮົາ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ອົງດຽວ​ຂອງ​ພວກເຈົ້າ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ພຣະເຈົ້າຢາເວ​ໄດ້​ສັ່ງ​ປາໃຫຍ່​ໂຕໜຶ່ງ​ໃຫ້​ມາ​ກືນກິນ​ໂຢນາ ແລະ​ເພິ່ນ​ກໍ​ຢູ່​ໃນ​ທ້ອງ​ປາ​ເປັນ​ເວລາ​ສາມວັນ​ສາມຄືນ.


ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ມາເຖິງ​ໂຢນາ​ຄັ້ງ​ທີສອງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka