ໂຢນາ 1:9 - ພຣະຄຳພີສັກສິ9 ໂຢນາຕອບວ່າ, “ຂ້ອຍເປັນຄົນເຮັບເຣີ ຂ້ອຍນະມັດສະການພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ຜູ້ໄດ້ສ້າງນໍ້າທະເລແລະແຜ່ນດິນໂລກ.” Uka jalj uñjjattʼäta |
ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ໄດ້ນຳພາຂ້ອຍໜີຈາກເຮືອນພໍ່ ແລະບ້ານເກີດເມືອງນອນຕະຫລອດທັງຍາດຕິພີ່ນ້ອງຂອງຂ້ອຍມາຢູ່ໃນດິນຕອນນີ້ ຊຶ່ງພຣະອົງໄດ້ສັນຍາຢ່າງໜັກແໜ້ນວ່າຈະມອບໃຫ້ແກ່ເຊື້ອສາຍຂອງຂ້ອຍ. ພຣະອົງຈະໃຊ້ເທວະດາຂອງພຣະອົງນຳໜ້າໄປ ເພື່ອເຈົ້າຈະຫາເມຍທີ່ນັ້ນ ໃຫ້ລູກຊາຍຂອງຂ້ອຍໄດ້.
ແລ້ວປະຊາຊົນອິດສະຣາເອນກໍໄດ້ພາວັນນາອະທິຖານດ້ວຍຖ້ອຍຄຳດັ່ງນີ້: “ຂ້າແດ່ພຣະເຈົ້າຢາເວ ພຣະອົງເທົ່ານັ້ນ ພຣະອົງເທົ່ານັ້ນ; ພຣະອົງໄດ້ຊົງສ້າງສະຫວັນ, ຟ້າສະຫວັນທີ່ສູງສຸດ ພ້ອມທັງບໍລິວານຂອງຟ້າສະຫວັນທຸກຢ່າງທັງໝົດ, ແຜ່ນດິນໂລກກັບທະເລ ແລະທຸກໆສິ່ງທີ່ຢູ່ໃນນັ້ນ; ພຣະອົງຊົງພິທັກຮັກສາສິ່ງເຫຼົ່ານັ້ນທັງໝົດ ທຸກສິ່ງໃນສະຫວັນກໍນະມັດສະການພຣະອົງ.
“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.