Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 1:5 - ພຣະຄຳພີສັກສິ

5 ບັນດາ​ລູກ​ເຮືອ​ຈຶ່ງ​ເກີດ​ສະທ້ານ​ຢ້ານກົວ​ຫລາຍ ແລະ​ຕ່າງ​ກໍ​ຮ້ອງຂໍ​ພຣະ​ຂອງຕົນ​ໃຫ້​ຊ່ວຍເຫລືອ. ຕໍ່ມາ ເພື່ອ​ເຮັດ​ໃຫ້​ເຮືອ​ຫລຸດຜ່ອນ​ຈາກ​ອັນຕະລາຍ ພວກເຂົາ​ຈຶ່ງ​ໂຍນ​ສິນຄ້າ​ທີ່​ໄດ້​ບັນທຸກ​ມາ​ນັ້ນ ຖິ້ມ​ລົງ​ໃນ​ທະເລ. ໃນຂະນະ​ດຽວກັນ​ນັ້ນ ໂຢນາ​ກໍ​ລົງ​ໄປ​ນອນ​ຫລັບ​ສະໜິດ​ຢູ່​ໃນ​ທ້ອງເຮືອ.

Uka jalj uñjjattʼäta Copia luraña




ໂຢນາ 1:5
22 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ເອົາ​ງົວເຖິກ​ທີ່​ນຳ​ມາ​ໃຫ້​ພວກຕົນ​ນັ້ນ​ໄປ​ຈັດແຈ່ງ ແລະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະບາອານ​ຈົນເຖິງ​ທ່ຽງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ໂອ ພະບາອານ​ເອີຍ ຈົ່ງ​ຕອບ​ພວກ​ຂ້ານ້ອຍ​ດ້ວຍ.” ພວກເຂົາ​ຟ້ອນ​ອ້ອມ​ແທ່ນບູຊາ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ເລີຍ.


ມານຊາຕານ​ຈຶ່ງ​ໂຕ້​ຕອບ​ພຣະເຈົ້າຢາເວ​ຄືນ​ວ່າ, “ມະນຸດ​ຍ່ອມ​ສະລະ​ທຸກສິ່ງ​ເພື່ອ​ໃຫ້​ຊີວິດ​ຕົນ​ຍັງ​ຢູ່.


ພໍ​ພຣະອົງ​ໃຫ້​ຄຳສັ່ງ ລົມ​ອັນ​ແຮງກ້າ​ກໍ​ເລີ່ມ​ພັດ​ມາ ຟອງ​ຄື້ນ​ທະເລ​ກໍ​ເຄື່ອນໄຫວ​ໄປມາ​ໂລດ.


ຟ້າ​ແມບເຫລື້ອມ ນໍ້າໝອກ ຫິມະ​ແລະ​ໝາກເຫັບ ພ້ອມ​ທັງ​ລົມ​ແຮງ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ພຣະອົງ​ຕັ້ງ​ເວລາ​ສຳລັບ​ພົບພໍ້ ແລະ​ເວລາ​ສຳລັບ​ສູນເສຍ​ໄປ ເວລາ​ສຳລັບ​ເກັບ​ຮັກສາ​ໄວ້ ແລະ​ເວລາ​ສຳລັບ​ໂຍນ​ຖິ້ມ​ໄປ


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.


ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ໄຫວ້ວອນ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຕາຍ​ຍ້ອນ​ຂ້າ​ຄົນ​ຜູ້​ນີ້ ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເອງ​ເປັນ​ຜູ້​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້ ເພາະ​ແມ່ນ​ພຣະອົງ​ທີ່​ໃຫ້​ເຫດການ​ນີ້​ເກີດຂຶ້ນ.”


ເຫດການ​ເຊັ່ນນີ້​ໄດ້​ເຮັດ​ໃຫ້​ບັນດາ​ລູກເຮືອ ຢ້ານຢຳ​ພຣະເຈົ້າຢາເວ​ຫລາຍ​ທີ່ສຸດ ຈົນ​ພວກເຂົາ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ແລະ​ສາບານ​ວ່າ​ຈະ​ຮັບໃຊ້​ພຣະອົງ.


ນາຍເຮືອ​ໄດ້​ພົບ​ເພິ່ນ​ທີ່​ນັ້ນ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ມົວ​ນອນ​ຫລັບ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ ແລະ​ຮ້ອງ​ຫາ​ພຣະ​ຂອງ​ເຈົ້າ​ໃຫ້​ຊ່ວຍເຫລືອ. ບາງທີ​ເພິ່ນ​ອາດ​ຈະ​ເຫັນໃຈ​ພວກເຮົາ ແລະ​ໃຫ້​ພວກເຮົາ​ລອດຕາຍ​ກໍໄດ້.”


ຂະນະທີ່​ເຈົ້າບ່າວ​ຍັງ​ບໍ່​ມາ ພວກ​ຍິງ​ສາວ​ທັງໝົດ​ຕ່າງ​ກໍ​ເຫງົາ​ນອນ ແລະ​ຫລັບ​ໄປ.


ພຣະອົງ​ໄດ້​ກັບ​ມາ​ເທື່ອໜຶ່ງ​ອີກ ແລະ​ເຫັນ​ພວກ​ສາວົກ​ນອນ​ຫລັບ​ຢູ່ ພວກເພິ່ນ​ບໍ່​ສາມາດ​ມືນ​ຕາ​ຂຶ້ນ​ໄດ້.


ແລ້ວ​ພຣະອົງ​ກໍ​ກັບ​ມາ​ຫາ​ພວກ​ສາວົກ ແລະ​ກ່າວ​ວ່າ, “ພວກເຈົ້າ​ຍັງ​ພັກຜ່ອນ​ນອນ​ຫລັບ​ຢູ່​ບໍ? ເບິ່ງດູ​ເວລາ​ມາ​ເຖິງ​ແລ້ວ ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ບາບ​ທັງຫລາຍ.


ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພວກເຂົາ​ກໍ​ຂົນ​ເຂົ້າ​ເປືອກ​ຖິ້ມ​ລົງ​ທະເລ ເພື່ອ​ໃຫ້​ເຮືອ​ເບົາ​ຂຶ້ນ.


ເດລີລາ​ໄດ້​ກ່ອມ​ແຊມຊັນ​ໃຫ້​ນອນ​ເທິງ​ຕັກ​ຂອງ​ນາງ ແລະ​ເອີ້ນ​ໃຫ້​ຜູ້ໜຶ່ງ​ມາ​ຕັດ​ຜົມ​ຂອງ​ລາວ​ອອກ​ເຈັດ​ປອຍ. ແລ້ວ​ນາງ​ກໍໄດ້​ຊຸກ​ແຊມຊັນ​ໃຫ້​ຕື່ນ ແຕ່​ລາວ​ບໍ່ມີ​ແຮງ​ສາ​ແລ້ວ.


ກະສັດ​ໂຊນ​ໄດ້​ເຂົ້າ​ໄປ​ຖ່າຍ​ຢູ່​ໃນ​ຖໍ້າ​ແຫ່ງ​ໜຶ່ງ ໃກ້ໆ​ກັບ​ຄອກ​ແກະ​ທີ່​ຢູ່​ແປະ​ແຄມ​ທາງ. ພໍດີ​ຢູ່​ໃນ​ຖໍ້າ​ນັ້ນ​ມີ​ດາວິດ​ກັບ​ພວກຄົນ​ຂອງ​ລາວ​ລີ້​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka