Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 1:4 - ພຣະຄຳພີສັກສິ

4 ແຕ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ໃຫຍ່​ພັດ​ຜ່ານ​ທະເລ​ມາ ແລະ​ພັດ​ແຮງ​ທີ່ສຸດ​ຈົນ​ເຮືອ​ຢູ່​ໃນ​ອັນຕະລາຍ​ເກືອບ​ຈະ​ແຕກ.

Uka jalj uñjjattʼäta Copia luraña




ໂຢນາ 1:4
13 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກະທຳ​ທຸກສິ່ງ​ຕາມ​ພຣະປະສົງ ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ທັງ​ໃນ​ທ້ອງ​ທະເລ​ເລິກ ແລະ​ທ່າມກາງ​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ຄືກັນ.


ພຣະອົງ​ນຳ​ເອົາ​ເມກໝອກ​ອັນ​ມືດຄື້ມ​ມາ ຈາກ​ຂອບຟ້າ​ສົ້ນສຸດ​ແຫ່ງ​ແຜ່ນດິນ​ໂລກ ເຮັດ​ໃຫ້​ຟ້າ​ແມບເຫລື້ອມ​ໃນ​ທ່າມກາງ​ພະຍຸຝົນ ແລະ​ປ່ອຍ​ໃຫ້​ລົມ​ພັດ​ມາ​ຈາກ​ບ່ອນ​ຢູ່​ຂອງມັນ​ນັ້ນ.


ຟ້າ​ແມບເຫລື້ອມ ນໍ້າໝອກ ຫິມະ​ແລະ​ໝາກເຫັບ ພ້ອມ​ທັງ​ລົມ​ແຮງ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ ແລະ​ພຣະເຈົ້າຢາເວ​ກໍ​ເຮັດ​ໃຫ້​ລົມ​ຈາກ​ທິດ​ຕາເວັນອອກ ພັດ​ມາ​ສູ່​ປະເທດ​ເອຢິບ​ຕະຫລອດ​ເວັນ​ຕະຫລອດ​ຄືນ. ພໍ​ຮອດ​ຮຸ່ງ​ເຊົ້າ ລົມ​ກໍໄດ້​ພັດ​ເອົາ​ຝູງ​ຕັກແຕນ​ມາ​ຢ່າງ​ຫລວງຫລາຍ.


ແລ້ວ​ພຣະເຈົ້າຢາເວ​ກໍ​ປ່ຽນ​ລົມ​ແຕ່​ທິດ​ຕາເວັນອອກ ເປັນ​ລົມແຮງ​ຈາກ​ທິດ​ຕາເວັນຕົກ ພັດ​ເອົາ​ຕັກແຕນ​ໄປ​ຕົກ​ໃສ່​ອ່າວ​ຊູແອດ. ບໍ່ມີ​ຕັກແຕນ​ແມ່ນແຕ່​ໂຕ​ດຽວ​ເຫຼືອ​ຢູ່​ໃນ​ປະເທດ​ເອຢິບ.


ໂມເຊ​ໄດ້​ເດ່​ມື​ຂອງຕົນ​ອອກ​ໄປ​ສູ່​ທະເລ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ ໃຫ້​ລົມຮ້ອນ​ທາງ​ທິດ​ຕາເວັນອອກ​ພັດ​ທະເລ​ຕະຫລອດ​ຄືນ. ລົມ​ໄດ້​ພັດ​ທະເລ​ຢູ່​ຢ່າງ​ລຽນຕິດ​ຈົນ​ເຫັນ​ພື້ນດິນ​ແຫ້ງ. ນໍ້າ​ໄດ້​ແຍກ​ອອກ​ຈາກ​ກັນ​ເປັນ​ທາງຍ່າງ


ເມື່ອ​ພຣະອົງ​ຫາຍໃຈ ພຽງ​ຄັ້ງ​ດຽວ​ເທົ່ານັ້ນ ຊາວ​ເອຢິບ​ກໍ​ຈົມ​ລົງ​ສູ່​ທ້ອງ​ທະເລ​ທັງ​ດີ້ນ. ພວກເຂົາ​ຈົມ​ລົງ​ດິ່ງໆ​ເໝືອນ​ດັ່ງ​ກ້ອນ​ຂີ້ກົ່ວ ຕົນຕົວ​ຈົມ​ລົງ​ສູ່​ພື້ນ​ທະເລ​ກວ້າງ​ຄຶກຄະນອງ.


ໂດຍ​ພຣະ​ຄຳສັ່ງ ນໍ້າ​ທີ່​ເທິງ​ຟ້າ​ສະຫວັນ ດັງ​ຄຶກຄະນອງ ພຣະອົງ​ນຳ​ເມກ​ມາ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ. ພຣະອົງ​ໃຫ້​ມີ​ຟ້າ​ແມບເຫລື້ອມ​ທ່າມກາງ​ສາຍຝົນ ແລະ​ສົ່ງ​ລົມ​ໃຫ້​ພັດ​ມາ​ແຕ່​ຄັງ​ຂອງ​ພຣະອົງ​ນັ້ນ.


ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ມີ​ລົມ​ພັດ​ເອົາ​ຝູງ​ນົກຂຸ້ມ​ມາ​ຈາກ​ທະເລ ໂດຍ​ກອງ​ກັນ​ຂຶ້ນ​ຈາກ​ພື້ນດິນ​ປະມານ​ໜຶ່ງ​ແມັດ. ມັນ​ໄດ້​ມາ​ຈາກ​ທຸກ​ທິດທາງ​ອ້ອມ​ຄ້າຍພັກ ເປັນ​ໄລຍະ​ຫລາຍ​ກິໂລແມັດ​ທົ່ວ​ທຸກ​ບ່ອນ​ທີ່​ອ້ອມແອ້ມ​ຄ້າຍພັກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka