ໂຢນາ 1:3 - ພຣະຄຳພີສັກສິ3 ແຕ່ໂຢນາກັບໄປທາງຕາກຊິດ ເພື່ອຫລົບໜີຈາກພຣະເຈົ້າຢາເວ. ເພິ່ນໄດ້ໄປທີ່ເມືອງຢົບປາ ທີ່ນັ້ນເພິ່ນໄດ້ພົບເຮືອລຳໜຶ່ງ ກຳລັງຈະໄປຕາກຊິດ. ເພິ່ນຈຶ່ງຈ່າຍຄ່າໂດຍສານ ແລະລົງເຮືອກັບພວກລູກເຮືອ, ແລ້ວກໍອອກເດີນທາງໄປສູ່ຕາກຊິດ ເພື່ອຫລົບໜີຈາກພຣະເຈົ້າຢາເວ. Uka jalj uñjjattʼäta |
ຕໍ່ມາ ປະຊາຊົນກໍຈ່າຍເງິນໃຫ້ຊ່າງຕັດຫີນ ແລະຊ່າງໄມ້; ແລະໄດ້ເອົາອາຫານ, ເຄື່ອງດື່ມ ແລະນໍ້າມັນໝາກກອກເທດ ສົ່ງໄປທີ່ເມືອງຕີເຣ ແລະ ຊີໂດນ ເພື່ອແລກປ່ຽນກັບໄມ້ແປກຈາກເລບານອນ ຊຶ່ງໄມ້ເຫຼົ່ານີ້ໄດ້ຖືກນຳມາທາງທະເລຈາກເມືອງຢົບປາ. ທຸກສິ່ງທີ່ໄດ້ລົງມືເຮັດນັ້ນແມ່ນໄດ້ຮັບອະນຸຍາດຈາກກະສັດໄຊຣັດແຫ່ງເປີເຊຍ.
ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ.