Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 1:17 - ພຣະຄຳພີສັກສິ

17 ພຣະເຈົ້າຢາເວ​ໄດ້​ສັ່ງ​ປາໃຫຍ່​ໂຕໜຶ່ງ​ໃຫ້​ມາ​ກືນກິນ​ໂຢນາ ແລະ​ເພິ່ນ​ກໍ​ຢູ່​ໃນ​ທ້ອງ​ປາ​ເປັນ​ເວລາ​ສາມວັນ​ສາມຄືນ.

Uka jalj uñjjattʼäta Copia luraña




ໂຢນາ 1:17
8 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ນິຣະມິດ​ສ້າງ​ສັດ​ທະເລ​ຂະໜາດ​ໃຫຍ່ ພ້ອມ​ກັບ​ບັນດາ​ສັດນໍ້າ​ທີ່​ມີ​ຊີວິດ​ເຄື່ອນໄຫວ​ໄປມາ​ຕາມ​ຊະນິດ​ຂອງ​ມັນ ເກີດຂື້ນ​ຢ່າງ​ບໍຣິບູນ​ໃນ​ນໍ້າ​ນັ້ນ; ນົກ​ທຸກ​ປະເພດ​ຕາມ​ຊະນິດ​ຂອງ​ມັນ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໃຫ້​ປາໃຫຍ່​ໂຕ​ນັ້ນ ຂຶ້ນ​ມາ​ຄາຍ​ໂຢນາ​ໄວ້​ເທິງ​ດິນ​ແຫ້ງ ແລະ​ມັນ​ກໍໄດ້​ເຮັດ​ຕາມ.


ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍໄດ້​ບັນດານ ໃຫ້​ຕົ້ນໄມ້​ເກີດຂຶ້ນ​ສູງກວ່າ​ໂຢນາ ໃຫ້​ເພິ່ນ​ໄດ້​ຊົ້ນ​ຮົ່ມ ເພື່ອ​ເພິ່ນ​ຈະ​ໄດ້​ຢູ່​ສະບາຍ​ຫລາຍ​ຂຶ້ນ. ໂຢນາ​ດີໃຈ​ຫລາຍ​ທີ່ສຸດ​ນຳ​ຕົ້ນໄມ້​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ຊົງ​ໄດ້​ກະທຳ, ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ. ບັດນີ້ ໂຜດ​ຮື້ຟື້ນ​ໃໝ່​ໃນ​ສະໄໝ​ພວກ​ຂ້ານ້ອຍ​ແດ່​ນາ ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເຖິງ​ວ່າ​ເມື່ອ​ພຣະອົງ​ລົງໂທດ​ໂກດຮ້າຍ​ກໍຕາມ ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.


ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຈະ​ຢູ່​ໃນ​ພື້ນ​ຂອງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ຢ່າງ​ນັ້ນ.


ຄົນ​ໃນ​ຍຸກ​ນີ້​ຊົ່ວຊ້າ ແລະ​ກະບົດ​ຕໍ່​ພຣະເຈົ້າ ຈະ​ບໍ່​ຊົງ​ໂຜດ​ໝາຍສຳຄັນ​ການ​ອັດສະຈັນ​ໃຫ້​ພວກເຂົາ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.” ແລ້ວ​ພຣະອົງ​ຈຶ່ງ​ສະເດັດ​ໜີ​ຈາກ​ພວກເຂົາ​ໄປ.


ດ້ວຍວ່າ, ໂຢນາ​ເປັນ​ໝາຍສຳຄັນ​ແກ່​ຊາວ​ເມືອງ​ນີເນເວ​ຢ່າງໃດ ບຸດ​ມະນຸດ​ກໍ​ຈະ​ເປັນ​ໝາຍສຳຄັນ​ແກ່​ຄົນ​ໃນ​ຍຸກ​ນີ້​ຢ່າງນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka