Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 1:16 - ພຣະຄຳພີສັກສິ

16 ເຫດການ​ເຊັ່ນນີ້​ໄດ້​ເຮັດ​ໃຫ້​ບັນດາ​ລູກເຮືອ ຢ້ານຢຳ​ພຣະເຈົ້າຢາເວ​ຫລາຍ​ທີ່ສຸດ ຈົນ​ພວກເຂົາ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ແລະ​ສາບານ​ວ່າ​ຈະ​ຮັບໃຊ້​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢນາ 1:16
19 Jak'a apnaqawi uñst'ayäwi  

ແລ້ວ​ຢາໂຄບ​ກໍ​ໄດ້​ສາບານ​ວ່າ, “ຖ້າ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ຂ້ານ້ອຍ ແລະ​ປົກປັກ​ຮັກສາ​ຂ້ານ້ອຍ​ໃນ​ການ​ເດີນທາງ ແລະ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ


ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ.


ສະນັ້ນ ນາອາມານ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ທ່ານ​ບໍ່ຍອມ​ຮັບ​ເອົາ​ຂອງຂວັນ​ຈາກ​ຂ້າພະເຈົ້າ​ແລ້ວ ກໍ​ຂໍ​ໃຫ້​ຂ້າພະເຈົ້າ​ເອົາ​ດິນ​ຈາກ​ບ່ອນ​ນີ້​ເມື່ອ​ເຮືອນ​ນຳ ຈົນ​ພໍ​ກັບ​ລໍ​ສອງ​ໂຕ​ຈະ​ບັນທຸກ​ໄດ້. ເພາະ​ຕັ້ງແຕ່​ບັດນີ້​ເປັນ​ຕົ້ນ​ໄປ ຂ້າພະເຈົ້າ​ຈະ​ບໍ່​ຖວາຍ​ເຄື່ອງ​ບູຊາ ຫລື​ເຄື່ອງ​ເຜົາບູຊາ​ແກ່​ພະ​ໃດໆ ນອກຈາກ​ພຣະເຈົ້າຢາເວ.


ດັ່ງນັ້ນ ມະນຸດ​ຕ້ອງ​ໃຫ້​ຄວາມ​ຢຳເກງ​ພຣະອົງ ພຣະອົງ​ລະເລີຍ​ຕໍ່​ຜູ້​ທີ່​ຖື​ຕົນ​ເປັນ​ຄົນສະຫລາດ.”


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ ດ້ວຍ​ການ​ຖວາຍ​ເຄື່ອງບູຊາ​ແລະ​ດ້ວຍ​ບົດເພງ ອັນ​ຍິນດີ​ທີ່​ກ່າວ​ເຖິງ​ພຣະ​ຣາຊກິດ​ນັ້ນ.


ຂ້ານ້ອຍ​ຈະ​ຖວາຍ​ສິ່ງ​ທີ່​ໄດ້​ສາບານ​ໄວ້​ກັບ​ພຣະເຈົ້າຢາເວ ໃນ​ທີ່​ຊຸມນຸມຊົນ​ທັງປວງ​ຂອງ​ພຣະອົງ​ນັ້ນ.


ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.


ສະນັ້ນ ເມື່ອ​ເຈົ້າ​ເຮັດ​ຄຳ​ສາບານ​ກັບ​ພຣະເຈົ້າ ຈົ່ງ​ປະຕິບັດ​ຕາມ​ຄຳ​ສາບານ​ນັ້ນ​ໄວ​ເທົ່າທີ່ຈະ​ໄວ​ໄດ້. ພຣະເຈົ້າ​ບໍ່​ພໍໃຈ​ນຳ​ຄົນໂງ່ຈ້າ. ຈົ່ງ​ເຮັດ​ຕາມ​ຄຳ​ສາບານ​ທີ່​ເຈົ້າ​ວ່າ​ຈະ​ເຮັດ.


ໃນ​ຕອນ​ກາງຄືນ ຂ້ານ້ອຍ​ກໍ​ຄິດຫາ​ແຕ່​ພຣະອົງ ປາຖະໜາ​ຫາ​ແຕ່​ພຣະອົງ​ດ້ວຍ​ໝົດ​ຫົວໃຈ. ເມື່ອ​ພຣະອົງ​ຕັດສິນ​ໂລກນີ້​ລວມທັງ​ປະຊາຊາດ​ທັງປວງ ທຸກຄົນ​ຈະ​ໄດ້​ຮຽນຮູ້​ວ່າ​ຄວາມ​ຍຸດຕິທຳ​ຄື​ຫຍັງ​ແທ້.


ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.


ເຮົາ​ຂໍ​ສັ່ງ​ໃຫ້​ທຸກຄົນ​ທົ່ວ​ອານາຈັກ​ຂອງເຮົາ ຈົ່ງ​ເຄົາຣົບ​ຢຳເກງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ດານີເອນ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ພຣະອົງ​ປົກຄອງ​ຕະຫລອດໄປ; ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ຣິດອຳນາດ​ຂອງ​ພຣະອົງ​ຈະ​ບໍ່​ສູນສິ້ນໄປ​ຈັກເທື່ອ.


ໂຢນາ​ໄດ້​ເວົ້າ​ສູ່​ພວກເຂົາ​ຟັງ​ຕໍ່ໄປ​ວ່າ ຕົນ​ໄດ້​ປົບໜີ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ. ແລ້ວ​ພວກ​ລູກເຮືອ​ຕ່າງ​ກໍ​ເກີດ​ສະທ້ານ​ຢ້ານກົວ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ແມ່ນ​ຄວາມຜິດ​ທີ່​ຮ້າຍແຮງ​ຫລາຍ​ແທ້ໆ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ໄຫວ້ວອນ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຕາຍ​ຍ້ອນ​ຂ້າ​ຄົນ​ຜູ້​ນີ້ ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເອງ​ເປັນ​ຜູ້​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້ ເພາະ​ແມ່ນ​ພຣະອົງ​ທີ່​ໃຫ້​ເຫດການ​ນີ້​ເກີດຂຶ້ນ.”


ກໍ​ປຽບ​ເໝືອນ​ແກ່ນ​ຜັກ​ກາດ​ເມັດ​ໜຶ່ງ, ເມື່ອ​ຫວ່ານ​ລົງ​ໄປ​ໃນ​ດິນ​ມັນ​ກໍ​ນ້ອຍ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ.


ຄຣິສຕະຈັກ​ທັງໝົດ ແລະ​ທຸກຄົນ​ທີ່​ໄດ້ຍິນ​ເຫດການ​ນີ້ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka