Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 1:14 - ພຣະຄຳພີສັກສິ

14 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ໄຫວ້ວອນ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຕາຍ​ຍ້ອນ​ຂ້າ​ຄົນ​ຜູ້​ນີ້ ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເອງ​ເປັນ​ຜູ້​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້ ເພາະ​ແມ່ນ​ພຣະອົງ​ທີ່​ໃຫ້​ເຫດການ​ນີ້​ເກີດຂຶ້ນ.”

Uka jalj uñjjattʼäta Copia luraña




ໂຢນາ 1:14
15 Jak'a apnaqawi uñst'ayäwi  

ມະນຸດ​ໄດ້​ຖືກ​ສ້າງ​ໃຫ້​ມີ​ຮູບລັກສະນະ​ຂອງ​ພຣະເຈົ້າ; ສະນັ້ນ ຜູ້ໃດ​ກໍຕາມ​ທີ່​ຂ້າ​ເພື່ອນ​ມະນຸດ ກໍ​ຈະ​ຖືກ​ເພື່ອນ​ມະນຸດ​ຄົນອື່ນ​ຂ້າ​ເໝືອນກັນ.


ເມື່ອ​ເດືອດຮ້ອນ ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.


ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຢູ່​ເທິງ​ຟ້າ​ສະຫວັນ ພຣະອົງ​ປາຖະໜາ​ສິ່ງໃດ​ກໍ​ກະທຳ​ສິ່ງນັ້ນ.


ພຣະເຈົ້າຢາເວ​ກະທຳ​ທຸກສິ່ງ​ຕາມ​ພຣະປະສົງ ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ທັງ​ໃນ​ທ້ອງ​ທະເລ​ເລິກ ແລະ​ທ່າມກາງ​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ຄືກັນ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ແຕ່​ບັນດາ​ລູກ​ເຮືອ​ຊໍ້າ​ພະຍາຍາມ​ແລ່ນ​ເຮືອ​ເຂົ້າ​ຕາຝັ່ງ ແລະ​ຕ່າງ​ກໍ​ພາຍ​ເຮືອ​ຈົນ​ສຸດ​ກຳລັງ​ຂອງຕົນ, ແຕ່​ກໍ​ບໍ່​ສຳເລັດ ເພາະ​ລົມພະຍຸ​ຍິ່ງ​ພັດແຮງ​ຂຶ້ນ​ເລື້ອຍໆ.


ເຫດການ​ເຊັ່ນນີ້​ໄດ້​ເຮັດ​ໃຫ້​ບັນດາ​ລູກເຮືອ ຢ້ານຢຳ​ພຣະເຈົ້າຢາເວ​ຫລາຍ​ທີ່ສຸດ ຈົນ​ພວກເຂົາ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ແລະ​ສາບານ​ວ່າ​ຈະ​ຮັບໃຊ້​ພຣະອົງ.


ບັນດາ​ລູກ​ເຮືອ​ຈຶ່ງ​ເກີດ​ສະທ້ານ​ຢ້ານກົວ​ຫລາຍ ແລະ​ຕ່າງ​ກໍ​ຮ້ອງຂໍ​ພຣະ​ຂອງຕົນ​ໃຫ້​ຊ່ວຍເຫລືອ. ຕໍ່ມາ ເພື່ອ​ເຮັດ​ໃຫ້​ເຮືອ​ຫລຸດຜ່ອນ​ຈາກ​ອັນຕະລາຍ ພວກເຂົາ​ຈຶ່ງ​ໂຍນ​ສິນຄ້າ​ທີ່​ໄດ້​ບັນທຸກ​ມາ​ນັ້ນ ຖິ້ມ​ລົງ​ໃນ​ທະເລ. ໃນຂະນະ​ດຽວກັນ​ນັ້ນ ໂຢນາ​ກໍ​ລົງ​ໄປ​ນອນ​ຫລັບ​ສະໜິດ​ຢູ່​ໃນ​ທ້ອງເຮືອ.


ປະຊາຊົນ​ທຸກຄົນ ແລະ​ສັດ​ທຸກ​ໂຕ ຕ້ອງ​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ທຸກຄົນ​ຕ້ອງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ ແລະ​ຕ້ອງ​ເລີກ​ປະພຶດ​ການຊົ່ວ​ແລະ​ເຊົາ​ເຮັດ​ການ​ໂຫດຮ້າຍ​ຂອງຕົນ​ສາ.


ແມ່ນ​ແລ້ວ​ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ກະລຸນາ​ຕາມ​ຄວາມ​ພໍໃຈ​ຢ່າງ​ນັ້ນ​ຕໍ່ໜ້າ​ພຣະອົງ.”


ເມື່ອ​ຊາວ​ພື້ນເມືອງ​ຂອງ​ເກາະ​ນີ້ ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຄົງ​ເປັນ​ຜູ້ຂ້າຄົນ ເພາະ​ເວນກຳ​ຍັງ​ນຳ​ມາ​ສະໜອງ​ເອົາ​ຊີວິດ​ລາວ​ຢູ່ ເຖິງ​ແມ່ນ​ວ່າ​ລາວ​ພົ້ນ​ຈາກ​ທະເລ​ແລ້ວ​ກໍຕາມ.”


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.


ພຣະເຈົ້າຢາເວ​ເອີຍ ໂຜດ​ຍົກໂທດ​ໃຫ້​ຊາວ​ອິດສະຣາເອນ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ອອກ​ມາ​ຈາກ​ປະເທດ​ເອຢິບ. ໂຜດ​ຍົກໂທດ​ໃຫ້​ພວກ​ຂ້ານ້ອຍ ແລະ​ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຮັບຜິດຊອບ​ເລື່ອງ​ການຕາຍ​ຂອງ​ຄົນ​ໜຶ່ງ ທີ່​ບໍ່​ຮູ້​ຜູ້​ສັງຫານ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka