Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 1:12 - ພຣະຄຳພີສັກສິ

12 ໂຢນາ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໂຍນ​ຂ້ອຍ​ລົງ​ໃນ​ທະເລ ແລະ​ລົມພະຍຸ​ກໍ​ຈະ​ສະຫງົບ​ລົງ. ຂ້ອຍ​ຮູ້​ວ່າ​ລົມພະຍຸ​ອັນ​ຮ້າຍແຮງ​ນີ້​ໄດ້​ເກີດຂຶ້ນ ເພາະ​ຂ້ອຍ​ເຮັດ​ຜິດ.”

Uka jalj uñjjattʼäta Copia luraña




ໂຢນາ 1:12
10 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ດາວິດ​ເຫັນ​ເທວະດາ​ຕົນ​ທີ່​ພວມ​ຂ້າ​ປະຊາຊົນ​ຢູ່​ນັ້ນ ເພິ່ນ​ຈຶ່ງ​ຮ້ອງຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ເຮັດ​ຜິດ ພວກ​ທີ່​ໜ້າ​ສັງເວດ​ເຫຼົ່ານີ້​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ເລີຍ. ສະນັ້ນ ຂໍ​ພຣະອົງ ລົງໂທດ​ຂ້ານ້ອຍ​ແລະ​ຄອບຄົວ​ຂອງ​ຂ້ານ້ອຍ​ເຖີດ.”


ກະສັດ​ດາວິດ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ຜູ້​ເຮັດ​ຜິດ. ຂ້ານ້ອຍ​ເປັນ​ຜູ້​ອອກ​ຄຳສັ່ງ​ໃຫ້​ນັບ​ຈຳນວນ​ປະຊາຊົນ. ຄົນ​ຍາກຈົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ຫຍັງ? ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລົງໂທດ​ຂ້ານ້ອຍ​ກັບ​ຄອບຄົວ​ຂອງ​ຂ້ານ້ອຍ​ສາ ແລະ​ໄວ້​ຊີວິດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”


ແມ່ນ​ຄົນອື່ນ​ທີ່​ທົນທຸກ​ຈາກ​ການບາບ​ທີ່​ເຈົ້າ​ໄດ້​ກະທຳ ຄຸນງາມ​ຄວາມດີ​ທີ່​ເຈົ້າ​ກະທຳ​ມາ ກໍ​ຄື​ຊ່ວຍ​ພວກເຂົາ​ເທົ່ານັ້ນ.


ປັນຍາ​ດີກວ່າ​ອາວຸດ, ແຕ່​ຄົນບາບ​ຜູ້ໜຶ່ງ​ທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.


ສ່ວນ​ລົມພະຍຸ​ກໍ​ຍິ່ງ​ພັດ​ແຮງ​ຂຶ້ນ​ເລື້ອຍໆ. ດັ່ງນັ້ນ ພວກ​ລູກເຮືອ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ເຮົາ​ຄວນ​ຈະ​ເຮັດ​ແນວໃດ​ກັບ​ເຈົ້າ ເພື່ອ​ລົມພະຍຸ​ຈະ​ສະຫງົບ​ລົງ?”


ແຕ່​ບັນດາ​ລູກ​ເຮືອ​ຊໍ້າ​ພະຍາຍາມ​ແລ່ນ​ເຮືອ​ເຂົ້າ​ຕາຝັ່ງ ແລະ​ຕ່າງ​ກໍ​ພາຍ​ເຮືອ​ຈົນ​ສຸດ​ກຳລັງ​ຂອງຕົນ, ແຕ່​ກໍ​ບໍ່​ສຳເລັດ ເພາະ​ລົມພະຍຸ​ຍິ່ງ​ພັດແຮງ​ຂຶ້ນ​ເລື້ອຍໆ.


ບໍ່​ຄິດ​ເຫັນ​ບໍ​ວ່າ ມັນ​ຈະ​ເປັນ​ປະໂຫຍດ​ສຳລັບ​ພວກທ່ານ ທີ່​ໃຫ້​ຄົນ​ໜຶ່ງ​ຕາຍ​ເພື່ອ​ປະຊາຊົນ ແທນ​ທີ່​ຈະ​ໃຫ້​ຄົນ​ທັງ​ຊາດ​ຕ້ອງ​ພິນາດ​ຈິບຫາຍ?”


ແລ້ວ​ກ່າວ​ວ່າ, ‘ໂປໂລ​ເອີຍ ຢ່າ​ສູ່​ຢ້ານ ເຈົ້າ​ຈະ​ຕ້ອງ​ໄດ້​ຢືນຢູ່​ຕໍ່ໜ້າ​ຈັກກະພັດ, ສ່ວນ​ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ເຮືອ​ນຳ​ເຈົ້າ​ນັ້ນ ພຣະເຈົ້າ​ຈະ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຕາຍ​ເພາະ​ເຫັນ​ແກ່​ເຈົ້າ.’


ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ສູ້ຮົບ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ຖອຍໜີ​ໄປ ກໍ​ຍ້ອນ​ວ່າ​ພວກເຂົາ​ເປັນ​ຝ່າຍ​ທີ່​ຕ້ອງ​ຖືກ​ທຳລາຍ ເຮົາ​ຈະ​ບໍ່​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ເອົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka