Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 1:10 - ພຣະຄຳພີສັກສິ

10 ໂຢນາ​ໄດ້​ເວົ້າ​ສູ່​ພວກເຂົາ​ຟັງ​ຕໍ່ໄປ​ວ່າ ຕົນ​ໄດ້​ປົບໜີ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ. ແລ້ວ​ພວກ​ລູກເຮືອ​ຕ່າງ​ກໍ​ເກີດ​ສະທ້ານ​ຢ້ານກົວ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ແມ່ນ​ຄວາມຜິດ​ທີ່​ຮ້າຍແຮງ​ຫລາຍ​ແທ້ໆ.”

Uka jalj uñjjattʼäta Copia luraña




ໂຢນາ 1:10
8 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ພຣະເຈົ້າ​ຖາມ​ຍິງ​ນັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ?” ນາງ​ຕອບ​ວ່າ, “ງູ​ໄດ້​ລໍ້ລວງ​ຂ້ານ້ອຍ​ໃຫ້​ກິນ.”


ແຕ່​ໂຢອາບ​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໂຜດ​ໃຫ້​ມີ​ປະຊາຊົນ​ອິດສະຣາເອນ​ເພີ່ມ​ຂຶ້ນ​ຫລາຍກວ່າ​ດຽວ​ນີ້​ຮ້ອຍ​ເທົ່າ ແລະ​ຂໍ​ໃຫ້​ທ່ານ​ຈົ່ງ​ໝັ້ນຍືນ​ຈົນ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ກະທຳການ​ເຖີດ. ເປັນຫຍັງ​ທ່ານ​ຈຶ່ງ​ຕ້ອງການ​ເຮັດ​ເຊັ່ນນີ້?”


ມັນ​ຈະ​ພັດ​ລົງ​ໃສ່​ພວກເຂົາ​ໂດຍ​ບໍ່ມີ​ຄວາມ​ປານີ ຂະນະທີ່​ພວກເຂົາ​ພະຍາຍາມ​ປົບໜີໄປ​ຢ່າງ​ສຸດຂີດ.


ສ່ວນ​ລົມພະຍຸ​ກໍ​ຍິ່ງ​ພັດ​ແຮງ​ຂຶ້ນ​ເລື້ອຍໆ. ດັ່ງນັ້ນ ພວກ​ລູກເຮືອ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ເຮົາ​ຄວນ​ຈະ​ເຮັດ​ແນວໃດ​ກັບ​ເຈົ້າ ເພື່ອ​ລົມພະຍຸ​ຈະ​ສະຫງົບ​ລົງ?”


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ເມື່ອ​ປີລາດ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ເພິ່ນ​ກໍ​ຕົກໃຈ​ຫລາຍ​ຂຶ້ນ.


ໂຢຊວຍ​ໄດ້​ກ່າວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເດືອດຮ້ອນ​ຢ່າງ​ນີ້? ບັດນີ້​ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຈົ້າ​ເດືອດຮ້ອນ.” ພໍ​ກ່າວ​ສຸດ​ແລ້ວ ທຸກຄົນ​ກໍ​ແກວ່ງ​ກ້ອນຫີນ​ໃສ່​ອາການ​ຈົນ​ຕາຍ; ພວກເຂົາ​ຍັງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ຄົນ​ໃນ​ຄອບຄົວ​ຂອງ​ລາວ ແລະ​ຈູດ​ພວກເຂົາ​ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka