ກະສັດເຢໂຣໂບອາມທີສອງໄດ້ຢຶດເອົາເຂດແດນທັງໝົດ ທີ່ເປັນຂອງຊາວອິດສະຣາເອນຄືນ ຕັ້ງແຕ່ທາງຜ່ານຊ່ອງແຄບຮາມັດຢູ່ທາງເໜືອ ຈົນເຖິງທະເລໃນອາຣາບາ. ເຫດການນີ້ເປັນໄປຕາມຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວໄວ້ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ ຄືຜູ້ທຳນວາຍໂຢນາ ລູກຊາຍຂອງອາມິດໄຕ ຊາວເມືອງກາດເຮເຟ.