6 ພວກເຈົ້າໄດ້ນຳເອົາປະຊາຊົນຢູດາແລະເຢຣູຊາເລັມ ໄປຈາກປະເທດຂອງພວກເຂົາ ເພື່ອຂາຍໃຫ້ແກ່ຊາວກຣີກ.
ເຈົ້າໄດ້ເຮັດທຸລະກິດໃນກຣີກ, ຕູບານ ແລະເມເຊັກ ທັງໄດ້ເອົາສິນຄ້າຂອງເຈົ້າປ່ຽນເອົາພວກທາດຮັບໃຊ້ແລະເຄື່ອງທອງສຳຣິດ.
ພວກເຂົາໃຊ້ສະຫລາກຊີ້ຂາດຊາຕາກຳຂອງປະຊາຊົນ ຄືປະຊາຊົນຂອງເຮົາຜູ້ທີ່ພວກເຂົາໄດ້ຈັບໄປນັ້ນ. ພວກເຂົາໄດ້ຂາຍເດັກຊາຍຍິງທັງຫລາຍໃຫ້ເປັນທາດ. ເອົາເງິນໄປຈ່າຍໂສເພນີແລະຊື້ເຫຼົ້າອະງຸ່ນດື່ມ.
ເຮົາຈະຂາຍລູກຊາຍຍິງຂອງພວກເຈົ້າໃຫ້ຊາວຢູດາ ແລ້ວຊາວຢູດາກໍຈະຂາຍພວກເຂົາຕໍ່ ໃຫ້ຊາວຊາເບອານໃນດິນແດນທີ່ຫ່າງໄກ. ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.
ເຮົາຈະໃຊ້ຢູດາໃຫ້ເປັນດັ່ງໜ້າທະນູ ແລະອິດສະຣາເອນໃຫ້ເປັນດັ່ງລູກທະນູດ້ວຍ. ເຮົາຈະໃຊ້ຄົນໃນເມືອງຊີໂອນເປັນດັ່ງດາບດວງໜຶ່ງ ເພື່ອຈະຕໍ່ສູ້ພວກທີ່ມາຈາກປະເທດກຣີກ.
ລູກຊາຍລູກສາວຂອງພວກເຈົ້າຈະຖືກນຳໄປເປັນຄົນຮັບໃຊ້ແກ່ຊາວຕ່າງດ້າວຕໍ່ໜ້າຕໍ່ຕາ. ແຕ່ລະມື້ແຕ່ລະວັນພວກເຈົ້າລໍຖ້າພວກເຂົາກັບມາ ແຕ່ກໍສິ້ນຫວັງ.
ພຣະເຈົ້າຢາເວຈະສົ່ງພວກເຈົ້າກັບຄືນໄປສູ່ປະເທດເອຢິບທາງເຮືອ ເຖິງແມ່ນວ່າພຣະອົງ ໄດ້ສັ່ງໄວ້ວ່າ ພວກເຈົ້າບໍ່ຕ້ອງກັບຄືນໄປທີ່ນັ້ນອີກຈັກເທື່ອກໍຕາມ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຈ່າວຂາຍຕົນເອງເປັນຄົນຮັບໃຊ້ໃຫ້ເຫຼົ່າສັດຕູຂອງພວກເຈົ້າ ແຕ່ບໍ່ມີຜູ້ໃດຕ້ອງການຊື້ພວກເຈົ້າ.”