ກະສັດໂຢອາດແຫ່ງຢູດາຍໄດ້ເກັບເອົາເຄື່ອງຖວາຍທັງໝົດ ທີ່ບັນດາກະສັດຄົນກ່ອນໄດ້ອຸທິດຖວາຍແກ່ວິຫານຂອງພຣະເຈົ້າຢາເວ. ເຄື່ອງເຫຼົ່ານັ້ນມີດັ່ງນີ້: ເຄື່ອງຖວາຍຈາກກະສັດເຢໂຮຊາຟັດ, ຈາກກະສັດເຢໂຮຣາມ ແລະຈາກກະສັດອາຮາຊີຢາພ້ອມທັງເຄື່ອງຖວາຍຂອງເພິ່ນເອງ ແລະຄຳທັງໝົດທີ່ມີໃນຄັງຂອງພຣະວິຫານແລະມີໃນຣາຊວັງ. ແລ້ວເພິ່ນກໍສົ່ງເຄື່ອງທັງໝົດນັ້ນໄປເປັນຂອງຂວັນໃຫ້ແກ່ກະສັດຮາຊາເອນ ເພື່ອໃຫ້ຍົກທັບຂອງເພິ່ນຖອຍໜີໄປຈາກນະຄອນເຢຣູຊາເລັມ.