ໂຢເອນ 3:4 - ພຣະຄຳພີສັກສິ4 ເມືອງຕີເຣ, ເມືອງຊີໂດນ ແລະທົ່ວທັງປະເທດຟີລິດສະຕິນເອີຍ ພວກເຈົ້າຢາກຈະເຮັດຫຍັງກັບເຮົາ? ພວກເຈົ້າພະຍາຍາມແກ້ແຄ້ນເຮົາຊັ້ນບໍ? ຖ້າພວກເຈົ້າຄິດແກ້ແຄ້ນເຮົາ ເຮົາກໍຈະຕອບໂຕ້ຄືນໃນທັນທີ. Uka jalj uñjjattʼäta |
ວ່າ, “ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ວິບັດແກ່ເຈົ້າ ເມືອງເບັດສາອີດາກໍເໝືອນກັນ ການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ຖ້າໄດ້ຖືກກະທຳທີ່ເມືອງຕີເຣແລະເມືອງຊີໂດນແລ້ວ ປະຊາຊົນໃນເມືອງທັງສອງນີ້ກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະເອົາຂີ້ເຖົ່າໂຮຍໃສ່ຫົວແຕ່ດົນນານແລ້ວ
“ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ເມືອງເບັດສາອີດາກໍເຊັ່ນດຽວກັນ ວິບັດສຳລັບເຈົ້າ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນເມືອງຂອງເຈົ້າ ໄດ້ຖືກກະທຳທີ່ເມືອງຕີເຣ ແລະ ຊີໂດນແລ້ວ ປະຊາຊົນໃນເມືອງເຫຼົ່ານີ້ກໍຄົງຈະນັ່ງລົງ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໃຊ້ຂີ້ເທົ່າໂຮຍຫົວແຕ່ດົນນານມາແລ້ວ ເພື່ອສະແດງໃຫ້ເຫັນວ່າ ພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່,