3 ພວກເຂົາໃຊ້ສະຫລາກຊີ້ຂາດຊາຕາກຳຂອງປະຊາຊົນ ຄືປະຊາຊົນຂອງເຮົາຜູ້ທີ່ພວກເຂົາໄດ້ຈັບໄປນັ້ນ. ພວກເຂົາໄດ້ຂາຍເດັກຊາຍຍິງທັງຫລາຍໃຫ້ເປັນທາດ. ເອົາເງິນໄປຈ່າຍໂສເພນີແລະຊື້ເຫຼົ້າອະງຸ່ນດື່ມ.
ພວກເຈົ້າຈົກສະຫລາກເອົາເດັກກຳພ້າເປັນທາດຮັບໃຊ້ ແລະສ້າງຮັ່ງຄູນມີເທິງຫລັງເພື່ອນສະໜິດໄດ້
ເຈົ້າໄດ້ເຮັດທຸລະກິດໃນກຣີກ, ຕູບານ ແລະເມເຊັກ ທັງໄດ້ເອົາສິນຄ້າຂອງເຈົ້າປ່ຽນເອົາພວກທາດຮັບໃຊ້ແລະເຄື່ອງທອງສຳຣິດ.
ພວກຂີ້ເຫລົ້າເອີຍ ຈົ່ງຕື່ນຂຶ້ນຮ້ອງຄໍ່າຄວນເຖີດ ນັກດື່ມເຫຼົ້າອະງຸ່ນເອີຍ ຈົ່ງຮ້ອງໄຫ້ຮໍ່າໄຮເຖີດ ເພາະພົ້ວໝາກອະງຸ່ນທີ່ຫວັງເຮັດເຫຼົ້າໃໝ່ ກໍໄດ້ຖືກທຳລາຍໄປໝົດກ້ຽງແລ້ວເດ
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວອິດສະຣາເອນໄດ້ເຮັດບາບເພີ່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາຂາຍຄົນສັດຊື່ໃຫ້ເປັນທາດຮັບໃຊ້ຍ້ອນພວກເຂົາບໍ່ມີເງິນຈ່າຍໜີ້ ແລະຍັງຂາຍຄົນຍາກຈົນຍ້ອນບໍ່ມີເງິນຈ່າຍຄ່າເກີບພຽງຄູ່ດຽວ.
ພວກເຈົ້າຢືນຢູ່ຊື່ໆໃນມື້ທີ່ສັດຕູພັງປະຕູເມືອງຂອງພວກເຂົາ ຕ່າງກໍຊົ່ວກັນໝົດເທົ່າກັບຄົນຕ່າງຊາດເຫຼົ່ານັ້ນ ທີ່ໄດ້ຂົນຊັບສົມບັດໜີໄປຈາກນະຄອນເຢຣູຊາເລັມ ແລະໄດ້ແບ່ງປັນໃນທ່າມກາງພວກເຂົາເຈົ້າ.
ແຕ່ປະຊາຊົນເມືອງເທເບໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ບັນດາລູກໆຂອງພວກເຂົາໄດ້ຖືກຕີຈົນຕາຍຢູ່ຕາມທຸກແຈຂອງຖະໜົນຫົນທາງ. ບັນດາຜູ້ນຳຂອງພວກເຂົາໄດ້ຖືກລ່າມໂສ້ຄຸມໄປ ແລະຖືກແບ່ງປັນໃຫ້ພວກທີ່ຈັບພວກເຂົາໄປນັ້ນ.
ເຄື່ອງເທດແລະເຄື່ອງຫອມ, ກຳຍານ, ນໍ້າມັນຫອມແລະເຄື່ອງຫອມເຜົາບູຊາ, ເຫຼົ້າອະງຸ່ນແລະນໍ້າມັນໝາກກອກເທດ, ເຂົ້າແປ້ງລະອຽດແລະເຂົ້າບະເລ, ງົວແລະແກະ, ມ້າແລະລົດມ້າ, ຂ້ອຍໃຊ້, ຕະຫລອດທັງຊີວິດຈິດໃຈມະນຸດດ້ວຍ.