Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 3:2 - ພຣະຄຳພີສັກສິ

2 ເຮົາ​ຈະ​ນຳ​ທຸກ​ຊົນຊາດ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ​ນຳ​ພວກເຂົາ​ໄປ​ສູ່​ຮ່ອມພູ​ແຫ່ງ​ການຕັດສິນ​ນັ້ນ. ແລ້ວ​ໃນ​ທີ່ນັ້ນ​ເຮົາ​ກໍ​ຈະ​ຕັດສິນ​ພວກເຂົາ ຕາມ​ທີ່​ພວກເຂົາ​ທັງໝົດ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງເຮົາ​ນັ້ນ. ພວກເຂົາ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ແຕກຊະ​ໄປ​ແດນ​ອື່ນ​ໄກ ແບ່ງແຍກ​ອິດສະຣາເອນ ດິນແດນ​ຂອງເຮົາ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຢເອນ 3:2
30 Jak'a apnaqawi uñst'ayäwi  

ໃນ​ວັນ​ທີ​ສີ່​ພວກເຂົາ​ໄດ້​ມາ​ໂຮມກັນ​ທີ່​ຮ່ອມພູ​ເບຣາກາ ແລະ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ສຳລັບ​ທຸກໆສິ່ງ​ທີ່​ພຣະອົງ​ໄດ້​ກະທຳການ. ດັ່ງນັ້ນ ຮ່ອມພູ​ນີ້​ຈຶ່ງ​ໄດ້​ມີ​ຊື່​ວ່າ ເບຣາກາ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ປະຊາກອນ​ທຸກຄົນ​ໃນ​ໂລກນີ້​ດ້ວຍ​ໄຟ​ແລະ​ດ້ວຍ​ດາບ ທີ່​ພຣະເຈົ້າຢາເວ​ພົບ​ຄວາມຜິດ​ແລະ​ຫລາຍ​ຄົນ​ຈະ​ຖືກ​ປະຫານ.


ເຮົາ​ຮູ້ຈັກ ຄວາມຄິດ​ແລະ​ການກະທຳ​ຂອງ​ພວກເຂົາ. ເຮົາ​ກຳລັງ​ມາ ເພື່ອ​ເຕົ້າໂຮມ​ປະຊາຊົນ​ໃນ​ບັນດາ​ຊົນຊາດ​ທັງໝົດ. ເມື່ອ​ເຕົ້າໂຮມ​ແລ້ວ ພວກເຂົາ​ຈະ​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ກະທຳ​ສິ່ງໃດ​ໄດ້​ແດ່


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.


ສຽງ​ທີ່​ໄດ້ຍິນ ຈະ​ດັງ​ສະໜັ່ນ​ຈົນ​ໄປ​ສຸດ​ແຜ່ນດິນ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ນາໆ​ປະເທດ. ພຣະອົງ​ຈະ​ນຳ​ຄົນຊົ່ວ​ຂຶ້ນ​ສານ ໃຫ້​ຖືກ​ສັງຫານ​ໝົດ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ເພາະ​ດິນແດນ​ໂມອາບ ໄດ້​ກ່າວ​ວ່າ, ຢູດາຍ​ເປັນ​ດັ່ງ​ຊົນຊາດ​ອື່ນໆ​ທັງໝົດ


ສະນັ້ນ ແກະ​ຂອງເຮົາ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ ຕາມ​ເນີນພູ​ແລະ​ຕາມ​ເທິງ​ພູເຂົາ​ຕ່າງໆ. ຝູງແກະ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວໂລກ ແລະ​ບໍ່ມີ​ຜູ້ໃດ​ຊອກ​ຄົ້ນຫາ​ຫລື​ສະແຫວງ​ຫາ​ເລີຍ.


ເຈົ້າ​ໄດ້​ກ່າວ​ວ່າ​ຢູດາຍ​ແລະ​ອິດສະຣາເອນ​ເປັນ​ຂອງເຈົ້າ ຕະຫລອດ​ທັງ​ດິນແດນ​ຂອງ​ສອງ​ຊົນຊາດ​ນີ້ ແລະ​ຍັງ​ເວົ້າ​ວ່າ ເຈົ້າ​ເປັນ​ກຳມະສິດ​ເໜືອ​ພວກເຂົາ; ເຖິງ​ແມ່ນ​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ​ກໍຕາມ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ວ່າ, “ມະນຸດ​ເອີຍ ເຈົ້າ​ຈົ່ງ​ກ່າວ​ແກ່​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ແລະ​ບອກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ອອກ​ໄປ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຕໍ່ສູ້​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ ແລະ​ສະເພາະ​ຢ່າງຍິ່ງ​ແລ້ວ​ຕໍ່ສູ້​ເອໂດມ. ດ້ວຍ​ຄວາມ​ຍິນດີ ແລະ​ການ​ຫຍໍ້ຫຍັນ ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ແລະ​ໄດ້​ຄອບຄອງ​ທົ່ງຫຍ້າ​ໃນ​ດິນແດນ​ນັ້ນ.


ເຮົາ​ຈະ​ລົງໂທດ​ລາວ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ຈະ​ໃຫ້​ເລືອດ​ນອງ​ແຜ່ນດິນ. ພະຍຸຝົນ​ແລະ​ໝາກເຫັບ​ພ້ອມ​ທັງ​ໄຟ​ກັບ​ມາດ ຈະ​ຕົກລົງ​ຖືກ​ລາວ ແລະ​ກອງທັບ​ຕະຫລອດ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ຝ່າຍ​ລາວ​ດ້ວຍ.


“ໃນ​ວັນ​ນັ້ນ ເຮົາ​ຈະ​ໃຫ້​ທີ່ດິນ​ຝັງສົບ​ບ່ອນ​ໜຶ່ງ​ໃນ​ອິດສະຣາເອນ​ແກ່​ໂກກ ໃນ​ຮ່ອມພູ​ຂອງ​ພວກ​ຜູ້​ເດີນທາງ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ. ໂກກ​ກັບ​ກອງທັບ​ທັງໝົດ​ຂອງຕົນ​ຈະ​ຖືກ​ຝັງ​ຢູ່​ທີ່​ນັ້ນ ແລະ​ຮ່ອມພູ​ນັ້ນ​ຈະ​ມີ​ຊື່​ວ່າ, ‘ຮ່ອມພູ​ກອງທັບ​ໂກກ.’


“ບັນດາ​ຊົນຊາດ​ຕ້ອງ​ຕຽມ​ມາ​ສູ່​ຮ່ອມພູ​ຕັດສິນ ບ່ອນ​ທີ່​ເຮົາ​ຈະ​ນັ່ງ​ຕັດສິນ​ທຸກ​ຊົນຊາດ​ອ້ອມແອ້ມ.


ມີ​ຫລາຍ​ພັນ​ຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ຮ່ອມພູ​ຕັດສິນ ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມາ​ໄວໆ​ນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ເອໂດມ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຕາມລ່າ​ຊາວ​ອິດສະຣາເອນ ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກຕົນ ໂດຍ​ບໍ່ມີ​ໃຈ​ເມດຕາ​ຕໍ່​ພວກເຂົາ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ​ຈຳກັດ ແລະ​ພວກເຂົາ​ບໍ່ເຄີຍ​ປະ​ຄວາມ​ໂກດຮ້າຍ​ນັ້ນ​ໃຫ້​ສູນສິ້ນ​ໄປ​ຈັກເທື່ອ.


ແຕ່​ຊົນຊາດ​ເຫຼົ່ານີ້​ບໍ່​ຮູ້ຈັກ​ຄວາມຄິດ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ສຳນຶກ​ບໍ່ໄດ້​ເລີຍ​ວ່າ ພຣະອົງ​ໄດ້​ວາງແຜນ​ທ້ອນໂຮມ ເພື່ອ​ເອົາ​ພວກເຂົາ​ມາ​ລົງໂທດ ເຊັ່ນດຽວ​ກັບ​ໂຮມ​ເອົາ​ມັດ​ເຂົ້າ​ມາ​ຟາດ​ໃນ​ລານ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.


ຝ່າຍ​ບັນດາ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງແຄ້ນ ເພາະ​ເວລາ​ທີ່​ຊົງ​ໂກດຮ້າຍ​ໄດ້​ມາ​ເຖິງ ຄື​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ພິພາກສາ​ລົງໂທດ. ແລະ​ເຖິງ​ເວລາ​ທີ່​ຈະ​ຊົງ​ປະທານ​ລາງວັນ ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ພວກ​ຜູ້​ປະກາດ​ພຣະທຳ ແລະ​ໄພ່ພົນ​ຂອງ​ພຣະອົງ​ທຸກຄົນ ຄື​ທຸກຄົນ​ທີ່​ມີ​ຄວາມ​ຢຳເກງ​ພຣະນາມ​ຂອງ​ພຣະອົງ ທັງ​ຜູ້ນ້ອຍ​ແລະ​ຜູ້ໃຫຍ່. ແລະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຊົງ​ທຳລາຍ ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ.”


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


ແລະ​ວິນຍານ​ເຫຼົ່ານັ້ນ ໄດ້​ພາ​ກະສັດ​ທັງຫລາຍ​ມາ​ຊຸມນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ, “ອາມາເຄໂດນ.”


ເພາະ​ຄົນ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຂອງ​ຜູ້​ປະກາດ​ພຣະທຳ​ໄຫລ​ອອກ ແລະ​ພຣະອົງ​ໄດ້​ຊົງ​ປະທານ​ເລືອດ​ໃຫ້​ພວກເຂົາ​ດື່ມ ກໍ​ສົມຄວນ​ກັບ​ການ​ກະທຳ​ຂອງ​ພວກເຂົາ​ແລ້ວ.”


ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໂລກ ຄື​ໂກກ​ແລະ​ມາໂກກ ໃຫ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ການ​ເຮັດ​ເສິກ ຈຳນວນ​ຄົນ​ເຫຼົ່ານັ້ນ​ມີ​ຫລວງຫລາຍ ເໝືອນ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka