Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 3:10 - ພຣະຄຳພີສັກສິ

10 ຈົ່ງ​ຕີ​ໝາກ​ສົບໄຖ​ເປັນ​ດາບ ແລະ​ກ່ຽວ​ເປັນ​ຫອກ​ສາ ແມ່ນແຕ່​ຄົນ​ອ່ອນແອ​ກໍ​ຕ້ອງ​ລຸກຂຶ້ນ​ຕໍ່ສູ້.

Uka jalj uñjjattʼäta Copia luraña




ໂຢເອນ 3:10
7 Jak'a apnaqawi uñst'ayäwi  

ທ່ານ​ອາດ​ຄິດ​ວ່າ ພວກເຂົາ​ຈະ​ເຮັດ​ໃຫ້​ທ່ານ​ເຂັ້ມແຂງ​ຂຶ້ນ ໃນ​ສະໜາມຮົບ, ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ ທີ່​ມີ​ອຳນາດ​ຊີ້ຂາດ​ຄວາມມີໄຊ ຫລື​ການ​ພ່າຍແພ້ ແລະ​ພຣະເຈົ້າ​ຈະ​ເຮັດ​ໃຫ້​ສັດຕູ​ເອົາ​ຊະນະ​ທ່ານ.”


ພຣະອົງ​ຈະ​ຕັດສິນ​ການ​ຂັດແຍ່ງ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ຕີ​ດາບ​ເປັນ​ໝາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ມີດ​ຕອນ​ຕົ້ນໄມ້. ຊົນຊາດ​ທັງຫລາຍ​ຈະ​ບໍ່​ເຮັດ​ເສິກ​ອີກ​ຕໍ່ໄປ ຈະ​ບໍ່​ຕຽມ​ເຂົ້າ​ສູ່​ການ​ສົງຄາມ​ອີກ​ຈັກເທື່ອ.


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ພຣະອົງ​ຈະ​ໄກ່ເກ່ຍ​ນາໆຊາດ​ທີ່​ຜິດຖຽງກັນ ທ່າມກາງ​ມະຫາ​ອຳນາດ​ທີ່​ຢູ່ໄກ​ແລະ​ຢູ່ໃກ້. ພວກເຂົາ​ຈະ​ຕີ​ດາບ​ເປັນ​ໝາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ມີດຕັດ​ກິ່ງໄມ້. ຊົນຊາດ​ທັງຫລາຍ​ຈະ​ບໍ່​ເຮັດ​ເສິກ​ກັນ​ອີກ​ຕໍ່ໄປ ທັງ​ຈະ​ບໍ່​ຕຽມ​ເຮັດ​ເສິກ​ກັນ​ອີກ​ຈັກເທື່ອ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ​ເຈົ້າ​ແລ້ວ.”


ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ແຕ່​ບັດນີ້ ຜູ້ໃດ​ທີ່​ມີ​ຖົງ​ເງິນ ຫລື​ຖົງເຄື່ອງ​ຕ້ອງ​ຖື​ໄປ​ນຳ ແລະ​ຜູ້ໃດ​ທີ່​ບໍ່ມີ​ດາບ ກໍ​ໃຫ້​ຂາຍ​ເສື້ອໃຫຍ່​ຂອງຕົນ ເພື່ອ​ຊື້​ດາບ​ດວງ​ໜຶ່ງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka