Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 2:9 - ພຣະຄຳພີສັກສິ

9 ມັນ​ຟ້າວ​ບຸກ​ເຂົ້າ ແລະ​ກະຈາຍ​ໄປ​ທົ່ວເມືອງ ແລ້ວ​ຕ່າງ​ກໍ​ແລ່ນ​ຂ້າມ​ກຳແພງ​ໄປ; ມັນ​ປີນ​ຂຶ້ນໄປ​ສູ່​ເທິງ​ເຮືອນ​ທັງຫຼາຍ ແລະ​ລອດປ່ອງ​ເຂົ້າ​ໄປ​ດັ່ງ​ຂະໂມຍ​ງັດແງະ.

Uka jalj uñjjattʼäta Copia luraña




ໂຢເອນ 2:9
5 Jak'a apnaqawi uñst'ayäwi  

ມັນ​ເກາະ​ມັນ​ໄຕ່​ໄປມາ​ເປັນ​ໝູ່ໆ​ຢູ່​ເຕັມ​ທົ່ວ​ປະເທດ​ເອຢິບ. ແມ່ນ​ຕັກແຕນ​ຝູງ​ໃຫຍ່​ທີ່ສຸດ​ທີ່​ເຄີຍ​ເຫັນ​ມາ ຫລື​ຈະ​ບໍ່ມີ​ໃຜ​ເຄີຍ​ໄດ້​ເຫັນ​ຝູງ​ຕັກແຕນ​ໃຫຍ່​ທໍ່​ຄາວ​ນີ້​ອີກ​ເລີຍ.


ມັນ​ຈະ​ເຂົ້າ​ໄປ​ຢູ່​ເຕັມ​ຣາຊວັງ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ ແລະ​ເຮືອນ​ຂອງ​ປະຊາຊົນ​ທຸກຄົນ. ມັນ​ໂຫດຮ້າຍ​ກວ່າ​ສິ່ງໃດໆ​ທັງໝົດ ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ເຄີຍ​ໄດ້​ເຫັນ​ມາ.”’ ແລ້ວ​ໂມເຊ​ກໍໄດ້​ອຳລາ​ກະສັດ​ຟາໂຣ​ກັບໄປ.


ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.


ຫລື​ບໍ່​ກັກກັ້ນ​ທາງເດີນ​ຂອງ​ກັນແລະກັນ ໄຕ່​ບຸກ​ຜ່ານ​ແນວ​ປ້ອງກັນ​ໂດຍ​ບໍ່ມີ​ຜູ້ໃດ​ຢຸດຢັ້ງ​ໄດ້.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ເຂົ້າ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ທາງ​ອື່ນ​ກໍ​ເປັນ​ຂະໂມຍ​ແລະ​ໂຈນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka