Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 2:8 - ພຣະຄຳພີສັກສິ

8 ຫລື​ບໍ່​ກັກກັ້ນ​ທາງເດີນ​ຂອງ​ກັນແລະກັນ ໄຕ່​ບຸກ​ຜ່ານ​ແນວ​ປ້ອງກັນ​ໂດຍ​ບໍ່ມີ​ຜູ້ໃດ​ຢຸດຢັ້ງ​ໄດ້.

Uka jalj uñjjattʼäta Copia luraña




ໂຢເອນ 2:8
11 Jak'a apnaqawi uñst'ayäwi  

ເພິ່ນ​ໃຫ້​ຄົນ​ຂອງຕົນ​ປະຈຳ​ທີ່ ຖື​ດາບ​ຕຽມພ້ອມ​ຢູ່​ອ້ອມ​ພຣະວິຫານ ເພື່ອ​ຮັກສາ​ກະສັດ.


ກະສັດ​ຍັງ​ໄດ້​ສ້ອມແປງ​ກຳແພງ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ​ຂຶ້ນ ໂດຍ​ສ້າງ​ຫໍຄອຍ​ໄວ້​ຕາມ​ເທິງ​ກຳແພງ ແລະ​ກໍ່ສ້າງ​ກຳແພງ​ຮອບ​ນອກ​ອີກ. ນອກຈາກນີ້ ເພິ່ນ​ຍັງ​ໄດ້​ສ້ອມແປງ​ບ່ອນ​ປ້ອງກັນ​ທີ່​ມີ​ຢູ່​ທົ່ວ​ໄປ ທາງ​ດ້ານ​ທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ບໍລິເວນ​ທີ່​ເກົ່າແກ່. ເພິ່ນ​ຍັງ​ເຮັດ​ຫອກ​ແລະ​ໂລ້​ເປັນ​ຈຳນວນ​ຫລວງຫລາຍ​ໄວ້​ອີກ.


ແລະ​ພວກ​ຜູ້ນຳ​ກໍ​ສະໜັບສະໜູນ​ປະຊາຊົນ​ທີ່​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່​ນັ້ນ​ຢ່າງ​ເຕັມ​ກຳລັງ. ແມ່ນແຕ່​ຜູ້​ທີ່​ຫາມ​ວັດຖຸ​ກໍ່ສ້າງ​ກໍ​ໃຊ້​ມື​ໜຶ່ງ​ເຮັດ​ວຽກ ແລະ​ອີກ​ມື​ໜຶ່ງ​ຖື​ອາວຸດ


ຂ້າພະເຈົ້າ​ບໍ່ໄດ້​ຖອດ​ເຄື່ອງນຸ່ງ​ອອກ​ແມ່ນແຕ່​ຍາມ​ກາງຄືນ ບໍ່​ວ່າ​ແຕ່​ໝູ່ເພື່ອນ, ຄົນ​ຮັບໃຊ້ ແລະ​ຜູ້​ປ້ອງກັນ​ຕົວ​ຂອງ​ຂ້າພະເຈົ້າ. ພວກເຮົາ​ທຸກຄົນ​ຖື​ອາວຸດ​ຢູ່​ໃນ​ມື​ສະເໝີ.


ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ລອດຕາຍ​ມາ​ໄດ້.


ແຕ່​ຖ້າບໍ່​ດັ່ງນັ້ນ ກໍ​ຈະ​ຕາຍ​ເສຍ​ຢ່າງ​ໂງ່ງ່າວ ແລະ​ຈະ​ຂ້າມ​ແມ່ນໍ້າ​ເຂົ້າ​ໄປ​ສູ່​ແດນ​ມໍຣະນາ.


ຕັກແຕນ ມັນ​ບໍ່ມີ​ກະສັດ, ແຕ່​ມັນ​ເຄື່ອນຍ້າຍ​ໄປມາ​ຢ່າງ​ເປັນ​ລະບຽບ.


ໃນ​ທີ່ນັ້ນ ຕົ້ນໄມ້​ກິນ​ໝາກ​ຕ່າງ​ກໍ​ໃຫຍ່​ຂຶ້ນ​ຫລາຍ ໃຫຍ່​ຂຶ້ນ​ມາ​ດັ່ງ​ສວນ​ຕົ້ນ​ໝາກ​ພິລາ​ທັງນັ້ນ ມີ​ໝາກໄມ້​ຣົດຊາດ​ດີເລີດ​ທຸກໆ​ຊະນິດ ມີ​ທັງ​ຕົ້ນ​ທຽນຊຳ​ແລະ​ຕົ້ນ​ຫອມແຝກ.


ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ອິດເມື່ອຍ; ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ຕຳ​ສະດຸດ. ພວກເຂົາ​ບໍ່​ງ້ວງ​ຫລື​ເຫງົານອນ. ສາຍ​ຮັດ​ກໍ​ບໍ່​ຫລຸດ​ແລະ​ເກີບ​ກໍ​ບໍ່​ຂາດ.


ມັນ​ໂຈມຕີ​ເກັ່ງ ດັ່ງ​ນັກຮົບ​ໂຈມຕີ ມັນ​ປີນ​ກຳແພງ​ດັ່ງ​ທະຫານ​ປີນ​ຂຶ້ນ. ທັງໝົດ​ຕ່າງ​ກໍ​ກ້າວເດີນ​ໄປ​ເປັນ​ຖັນແຖວ ເດີນ​ໄປ​ຊື່ກົງ​ບໍ່​ຫັນປ່ຽນ​ໄປ​ທິດອື່ນ


ມັນ​ຟ້າວ​ບຸກ​ເຂົ້າ ແລະ​ກະຈາຍ​ໄປ​ທົ່ວເມືອງ ແລ້ວ​ຕ່າງ​ກໍ​ແລ່ນ​ຂ້າມ​ກຳແພງ​ໄປ; ມັນ​ປີນ​ຂຶ້ນໄປ​ສູ່​ເທິງ​ເຮືອນ​ທັງຫຼາຍ ແລະ​ລອດປ່ອງ​ເຂົ້າ​ໄປ​ດັ່ງ​ຂະໂມຍ​ງັດແງະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka