Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 2:6 - ພຣະຄຳພີສັກສິ

6 ເມື່ອ​ມັນ​ເຂົ້າມາ​ໃກ້ໆ ທຸກຄົນ​ຕ່າງ​ກໍ​ຢ້ານກົວ ຈົນ​ໜ້າ​ແຕ່ລະຄົນ​ຊີດຂາວ​ໄປ.

Uka jalj uñjjattʼäta Copia luraña




ໂຢເອນ 2:6
7 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ໃຊ້​ການ​ບໍ່ໄດ້​ດັ່ງ​ຖົງ​ເຫຼົ້າ​ອະງຸ່ນ​ໄຮ້​ຄ່າ, ແຕ່​ປານນັ້ນ ຂ້ານ້ອຍ​ກໍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ພວກເຂົາ​ທຸກຄົນ​ຈະ​ຢ້ານກົວ​ຍິ່ງ ແລະ​ເຈັບປວດ​ໜັກ ຄື​ເຈັບ​ດັ່ງ​ຜູ້ຍິງ​ຈະ​ຄອດ​ລູກ. ພວກເຂົາ​ຈະ​ເບິ່ງ​ກັນແລະກັນ​ດ້ວຍ​ຄວາມ​ຢ້ານກົວ ແລະ​ສີໜ້າ​ຂອງ​ພວກເຂົາ​ກໍ​ຮູ້ສຶກ​ເຜົາຮ້ອນ​ດ້ວຍ​ຄວາມ​ອັບອາຍ.


ບັດນີ້ ຈົ່ງ​ຢຸດ​ຟັງ​ແລະ​ຄິດ​ເບິ່ງ​ວ່າ ຊາຍ​ຜູ້ໜຶ່ງ​ນັ້ນ​ກຳເນີດ​ລູກ​ໄດ້​ບໍ? ເປັນຫຍັງ​ເຮົາ​ຈຶ່ງ​ເຫັນ​ຊາຍ​ທຸກຄົນ​ອູ້ມທ້ອງ​ຕົນ ໜ້າຕາ​ທຸກຄົນ​ຊີດ​ຂາວ​ດັ່ງ​ຜູ້ຍິງ​ຄອດ​ລູກ?


ຫົວໃຈ​ຂອງ​ຂ້ານ້ອຍ​ບວມຊໍ້າ​ຍ້ອນ​ປະຊາຊົນ​ຖືກ​ຢຽບຢໍ່າ​ໃດ ຂ້ານ້ອຍ​ໄວ້ທຸກ​ລະທົມ​ໃຈ​ເພາະ​ຖືກ​ກະທຳ​ໃຫ້​ທໍ້ແທ້.


ບັດນີ້ ພວກເຂົາ​ນອນ​ຢຽດ​ຢູ່​ຕາມ​ຖະໜົນ​ບໍ່ມີ​ຜູ້​ຮູ້ຈັກ ໜ້າຕາ​ຂອງ​ພວກເຂົາ​ກໍ່າດຳ​ຢູ່ໃນ​ຄວາມຕາຍ; ສ່ວນ​ເນື້ອໜັງ​ຂອງ​ພວກເຂົາ​ກໍ​ຫ່ຽວແຫ້ງ​ສໍ່າ​ກັບ​ຟືນ ຈ່ອຍຜອມ​ຫລາຍ​ຈົນ​ເຫັນ​ໜັງ​ຕິດ​ກະດູກ.


ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.


ບັດນີ້ ນະຄອນ​ນີ້​ໄປ​ໃສ​ແລ້ວ​ນໍ? ກໍ​ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງ​ມາ​ອາໄສ​ຢູ່ ເປັນ​ຖໍ້າ​ບ່ອນ​ທີ່​ຝູງ​ສິງໜຸ່ມ​ໄດ້​ມີ​ເຫຍື່ອ​ກິນ ສິງຜູ້​ທັງ​ສິງແມ່​ໄດ້​ອາໄສ​ຢ່າງ​ປອດໄພ​ກັບ​ລູກໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka