Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 2:3 - ພຣະຄຳພີສັກສິ

3 ມັນ​ກິນ​ເຄື່ອງປູກ​ກ້ຽງ ດັ່ງ​ໄຟ​ໄໝ້​ເຜົາຜານ ດິນແດນ​ເບື້ອງ​ໜ້າ ມັນ​ເປັນ​ດັ່ງ​ສວນ​ເອເດນ​ພຸ້ນ ແຕ່​ເບື້ອງຫລັງ​ນັ້ນ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ບໍ່ມີ​ຫຍັງ​ຈະ​ໜີພົ້ນ​ຈາກ​ມັນ​ໄປ​ໄດ້.

Uka jalj uñjjattʼäta Copia luraña




ໂຢເອນ 2:3
21 Jak'a apnaqawi uñst'ayäwi  

ໂລດ​ຫລຽວ​ໄປ​ຮອບໆ​ຈຶ່ງ​ເຫັນ​ວ່າ ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ຈົນເຖິງ​ເມືອງ​ໂຊອາ ມີ​ນໍ້າ​ຫລາຍ​ເໝືອນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ ຫລື​ດິນແດນ​ຂອງ​ປະເທດ​ເອຢິບ. (ກ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ທົ່ງ​ຮາບ​ພຽງ​ນີ້​ອຸດົມສົມບູນ​ຫລາຍ.)


ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ສ້າງ​ສວນ​ແຫ່ງ​ໜຶ່ງ​ໃນ​ເອເດນ ຢູ່​ທາງທິດ​ຕາເວັນອອກ ແລະ​ເອົາ​ຊາຍ​ຜູ້​ທີ່​ພຣະອົງ​ໄດ້​ປັ້ນ​ຂຶ້ນ​ນັ້ນ​ມາ​ຢູ່.


ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ມາ​ຢ່າງ​ໂດ່ງດັງ ພຣະອົງ​ມີ​ໄຟ​ລຸກ​ຢູ່ ແລະ​ມີ​ລົມພະຍຸ​ອັນ​ຮ້າຍແຮງ​ພັດ​ອ້ອມ​ພຣະອົງ​ໄວ້.


ໄຟ​ຟົ້ງ​ໄປ​ລ່ວງໜ້າ​ພຣະອົງ​ແລະ​ເຜົາຜານ ພວກ​ສັດຕູ​ທີ່​ອ້ອມ​ພຣະອົງ​ໄວ້​ທຸກ​ດ້ານ.


ຝູງ​ຕັກແຕນ​ໄດ້​ໄຕ່​ໄປມາ​ຫຸ້ມ​ໜ້າ​ດິນ​ຈົນ​ດຳ​ໄປ​ໝົດ; ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ໝາກເຫັບ​ທຳລາຍ​ຖືກ​ມັນ​ກິນ​ໝົດ ລວມ​ທັງ​ໝາກໄມ້​ໃນ​ຕົ້ນ ພືດ​ຫລື​ຕົ້ນໄມ້​ໃນ​ປະເທດ​ເອຢິບ ບໍ່ມີ​ສິ່ງໃດ​ທີ່​ມີ​ສີ​ຂຽວ​ເຫຼືອ​ຢູ່​ເລີຍ.


ມັນ​ຈະ​ມາ​ເປັນ​ຈຳນວນ​ຫລວງຫລາຍ​ປົກຄຸມ​ຢູ່​ທົ່ວ​ໄປ ຈົນ​ເບິ່ງ​ບໍ່​ເຫັນ​ໜ້າ​ດິນ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ໝາກເຫັບ​ບໍ່ໄດ້​ທຳລາຍ ແມ່ນແຕ່​ຕົ້ນໄມ້​ທີ່​ເຫຼືອ​ຢູ່.


ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ໄດ້​ທຳລາຍ​ເມືອງ​ທັງຫລາຍ ແລະ​ເຮັດ​ໃຫ້​ໂລກ​ເປັນ​ທີ່​ຮົກຮ້າງ​ຫວ່າງຄົນ​ນັ້ນບໍ? ຄົນນີ້​ບໍ່ແມ່ນ​ຜູ້​ທີ່​ກັກ​ຊະເລີຍເສິກ​ໄວ້ ຫລື​ຜູ້​ທີ່​ບໍ່​ຍິນຍອມ​ປ່ອຍ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ນັ້ນບໍ?”


ນໍ້າ​ຫ້ວຍ​ນິມຣິມ​ກໍ​ແຫ້ງແລ້ງ ຫຍ້າ​ທີ່​ແຄມຝັ່ງ​ກໍ​ຫ່ຽວແຫ້ງ ແລະ​ບໍ່ມີ​ສິ່ງ​ຂຽວ​ຫຍັງ​ເຫຼືອ​ຢູ່​ເລີຍ.


ສິ່ງຂອງ​ທີ່​ພວກເຂົາ​ມີຢູ່​ກໍ​ຖືກ​ຮິບໂຮມ​ເອົາ​ໄປ​ໝົດ.


ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.


ຄວາມ​ຊົ່ວຮ້າຍ​ຂອງ​ປະຊາຊົນ​ເຫຼົ່ານີ້​ໄດ້​ລຸກ​ຂຶ້ນ​ເປັນ​ແປວໄຟ ລາມ​ໄປ​ທຳລາຍ​ພຸ່ມໄມ້​ໃຫຍ່​ແລະ​ນ້ອຍ​ຖິ້ມ. ມັນ​ຈະ​ໄໝ້​ລາມ​ເປັນ​ແຖວ​ດັ່ງ​ໄຟ​ໄໝ້​ປ່າ​ທີ່​ມີ​ຄວັນ​ໃຫຍ່​ພຸ່ງ​ຂຶ້ນ.


ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ ພຣະອົງ​ຈຶ່ງ​ທຳລາຍ​ດິນແດນ​ແລະ​ປະຊາຊົນ​ໃຫ້​ຈິບຫາຍ​ໄປ​ດັ່ງ​ໄຟ​ເຜົາຜານ ໂດຍ​ແຕ່ລະຄົນ​ໄດ້​ຮັບ​ໂທດ​ນັ້ນ​ເທົ່າກັນ.


ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”


ທຸກໆຄົນ​ຈະ​ເວົ້າ​ເຖິງ​ດິນແດນ​ນີ້ ຊຶ່ງ​ຄັ້ງໜຶ່ງ ເຄີຍ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ແຕ່​ບັດນີ້ ກາຍເປັນ​ດັ່ງ​ສວນ​ເອເດນ; ສ່ວນ​ເມືອງ​ຕ່າງໆ​ທີ່​ໄດ້​ຖືກ​ພັງ​ທະລາຍ, ຖືກ​ປຸ້ນຈີ້ ແລະ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ນັ້ນ ບັດນີ້ ກໍ​ມີ​ຄົນ​ຢູ່​ອາໄສ​ແລະ​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈັດຕຽມ​ການລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ. ໄຟ​ໄດ້​ລຸກ​ໄໝ້​ມະຫາສະໝຸດ​ຢູ່​ໃຕ້​ພື້ນ​ແຜ່ນດິນ​ໂລກ ແລະ​ເລີ່ມ​ໄໝ້​ດິນແດນ.


ເຮົາ​ກຳລັງ​ນຳ​ພວກ​ບາບີໂລນ ຄື​ຄົນ​ທີ່​ໂຫດຮ້າຍ ແລະ​ໃຈ​ໂຫດຫ້ຽມ​ມາ​ຄອງ​ອຳນາດ. ພວກເຂົາ​ກຳລັງ​ຍົກທັບ​ອອກ​ໄປ​ຢຶດ ແລະ​ຄອບຄອງ​ປະເທດ​ທັງຫລາຍ​ທົ່ວໂລກ.


ແລະ​ເຮົາ​ໄດ້​ກວາດ​ພວກເຂົາ​ເໝືອນ​ລົມພະຍຸ​ພັດ ໃຫ້​ໜີໄປ​ອາໄສ​ຢູ່​ໃນ​ຕ່າງ​ປະເທດ. ດັ່ງນັ້ນ ດິນແດນ​ທີ່​ອຸດົມ​ຮັ່ງມີ​ນີ້​ຈຶ່ງ​ຖືກ​ປະປ່ອຍ​ໃຫ້​ເປົ່າປ່ຽວ​ເປັນ​ຕາ​ໜ້າຢ້ານກົວ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka