ໂຢເອນ 2:1 - ພຣະຄຳພີສັກສິ1 ຈົ່ງເປົ່າແກຂຶ້ນເຕືອນໄພ ທີ່ເທິງພູເຂົາຊີໂອນສາ ພູເຂົາສັກສິດຂອງພຣະເຈົ້າເອີຍ ຈົ່ງສັ່ນສະທ້ານເຖີດ ປະຊາຊົນຢູດາເອີຍ ເຖິງວັນຂອງພຣະເຈົ້າຢາເວແລ້ວ ວັນນັ້ນກຳລັງຫຍັບເຂົ້າມາໃກ້ແລ້ວ. Uka jalj uñjjattʼäta |
ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ ພວກເຈົ້າຜູ້ທີ່ຢຳເກງແລະເຊື່ອຟັງພຣະອົງວ່າ: “ເພາະພວກເຈົ້າສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າເອງຈະກຽດຊັງເຈົ້າ ແລະຈະບໍ່ຄົບຫາສະມາຄົມກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນເຈົ້າ ແລະເວົ້າວ່າ, ‘ຂໍໃຫ້ພຣະເຈົ້າຢາເວສຳແດງຄວາມຍິ່ງໃຫຍ່ຂອງພຣະອົງ ແລະຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ເຫັນເຈົ້າມີຄວາມສຸກ,’ ແຕ່ພວກເຂົາເອງຈະໄດ້ຮັບຄວາມອັບອາຍ
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ. ນະຄອນເຢຣູຊາເລັມເປັນເມືອງຂອງພຣະອົງ ແລະເປັນພູເຂົາສັກສິດຂອງພຣະອົງ. ປະເທດເພື່ອນບ້ານທັງໝົດ ຕ່າງກໍໄດ້ດູຖູກຢຽດຫຍາມນະຄອນເຢຣູຊາເລັມແລະປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍແລະການເຮັດຊົ່ວຂອງບັນພະບຸລຸດຂອງພວກຂ້ານ້ອຍ.