Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 1:8 - ພຣະຄຳພີສັກສິ

8 ຈົ່ງ​ຮ້ອງໄຫ້​ດັ່ງ​ຍິງສາວ​ໄວ້ທຸກ​ໃຫ້​ຄົນຕາຍ ຄື​ຜູ້ບ່າວ​ທີ່​ນາງ​ຈະ​ແຕ່ງງານ​ນຳ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢເອນ 1:8
13 Jak'a apnaqawi uñst'ayäwi  

ເປັນ​ຍິງ​ທີ່​ບໍ່​ສັດຊື່​ຕໍ່​ຜົວ​ຄົນ​ທຳອິດ​ຂອງຕົນ ແລະ​ລືມໄລ​ຄຳ​ສາບານ​ອັນ​ສັກສິດ​ທີ່​ຕົນ​ເຄີຍ​ມີ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ພວກເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ບໍ່ມີ​ຄວາມ​ວິຕົກ​ກັງວົນ​ຫຍັງ​ເລີຍ; ແຕ່​ບັດນີ້ ຈົ່ງ​ຢ້ານກົວ​ຈົນສັ່ນເຊັ່ນ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຜ້າ​ຂາດ​ມັດ​ແອວ​ໄວ້.


ບັດນີ້ ເຈົ້າ​ພັດ​ເວົ້າ​ຕໍ່​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ແລະ ພຣະອົງ​ຮັກ​ພວກ​ຂ້ານ້ອຍ​ມາ ແຕ່​ສະໄໝ​ຍັງ​ນ້ອຍ​ພຸ້ນ.


ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ເຈົ້າ​ມີ​ເນື້ອກາຍ ແລະ​ມີ​ຈິດໃຈ​ເປັນ​ອັນໜຶ່ງ​ອັນ​ດຽວກັນ​ກັບ​ນາງ​ບໍ? ຄວາມປະສົງ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ຫຍັງ? ກໍ​ເພື່ອ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ມີ​ລູກ ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ. ດັ່ງນັ້ນ ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ຕໍ່​ເມຍ​ຂອງຕົນ.


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka