7 ມັນໄດ້ທຳລາຍເຄືອພົ້ວອະງຸ່ນຂອງພວກເຮົາ ແລະກັດກິນກົກໝາກເດື່ອເທດພວກເຮົາດ້ວຍ. ມັນໄດ້ກັດໄດ້ແຫ້ນເປືອກໄມ້ອອກໝົດ ຈົນກິ່ງກ້ານເປັນສີຂາວຫລ້ອນ.
ພຣະອົງທຳລາຍເຄືອອະງຸ່ນແລະຕົ້ນເດື່ອເທດ ແລະເຮັດໃຫ້ຕົ້ນໄມ້ຕ່າງໆຫັກລົ້ມລົງໝົດສິ້ນ.
ມັນເກາະມັນໄຕ່ໄປມາເປັນໝູ່ໆຢູ່ເຕັມທົ່ວປະເທດເອຢິບ. ແມ່ນຕັກແຕນຝູງໃຫຍ່ທີ່ສຸດທີ່ເຄີຍເຫັນມາ ຫລືຈະບໍ່ມີໃຜເຄີຍໄດ້ເຫັນຝູງຕັກແຕນໃຫຍ່ທໍ່ຄາວນີ້ອີກເລີຍ.
ຝູງຕັກແຕນໄດ້ໄຕ່ໄປມາຫຸ້ມໜ້າດິນຈົນດຳໄປໝົດ; ທຸກໆສິ່ງທີ່ເຫຼືອຈາກໝາກເຫັບທຳລາຍຖືກມັນກິນໝົດ ລວມທັງໝາກໄມ້ໃນຕົ້ນ ພືດຫລືຕົ້ນໄມ້ໃນປະເທດເອຢິບ ບໍ່ມີສິ່ງໃດທີ່ມີສີຂຽວເຫຼືອຢູ່ເລີຍ.
ກົກອະງຸ່ນຈະຫ່ຽວແຫ້ງໄປ ແລະເຫຼົ້າອະງຸ່ນຈະຫາຍາກທີ່ສຸດ. ທຸກໆຄົນທີ່ເຄີຍມີຄວາມສຸກ ບັດນີ້ ກໍຈະມີແຕ່ຄວາມທຸກ
ຈົ່ງຕີເອິກຮ້ອງໄຫ້ຢ່າງຂົມຂື່ນສາ ເພາະທົ່ງນາແລະສວນອະງຸ່ນທີ່ອຸດົມສົມບູນໄດ້ຖືກທຳລາຍສາແລ້ວ
ຂ້ອຍຈະປ່ອຍໃຫ້ຫຍ້າເກີດຂຶ້ນເຕັມໄປທົ່ວ. ຂ້ອຍຈະບໍ່ຕັດແໜງຫລືພວນດິນ; ແຕ່ຈະປ່ອຍໃຫ້ເຄືອແລະກົກໜາມປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ແມ່ນແຕ່ຝົນຕົກລົງມາຮຳສວນນັ້ນເລີຍ.”
“ເຮົາປາຖະໜາຈະຮວບຮວມເອົາປະຊາຊົນຂອງເຮົາ ດັ່ງຄົນຜູ້ໜຶ່ງຮວບຮວມເອົາຜົນລະປູກຂອງຕົນ, ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. ແຕ່ພວກເຂົາເປັນດັ່ງຕົ້ນອະງຸ່ນທີ່ບໍ່ມີໝາກ ດັ່ງຕົ້ນເດື່ອທີ່ບໍ່ມີໝາກ; ແມ່ນແຕ່ໃບກໍຫ່ຽວແຫ້ງໝົດ. ສະນັ້ນ ເຮົາຈຶ່ງໄດ້ອະນຸຍາດໃຫ້ຄົນພາຍນອກຢຶດຄອງດິນແດນ.”
ເຮົາຈະທຳລາຍເຄືອອະງຸ່ນແລະກົກໝາກເດື່ອເທດຂອງນາງ ຊຶ່ງນາງເວົ້າວ່າ, ແມ່ນຄົນຮັກທີ່ເອົາໃຫ້ນາງ ເພາະນາງຮັບໃຊ້ບໍລິການພວກເຂົາ. ເຮົາຈະເຮັດໃຫ້ສວນໝາກອະງຸ່ນ ແລະສວນໝາກໄມ້ທັງຫລາຍຂອງນາງ ເປັນຖິ່ນແຫ້ງແລ້ງກັນດານ; ຝູງສັດປ່າຈະທຳລາຍສິ່ງເຫຼົ່ານັ້ນຖິ້ມ.
ເຄືອອະງຸ່ນແລະກົກໝາກເດື່ອກໍຮ່ວງໂຮຍ ຕົ້ນໝາກພີລາ ກົກຕານແລະຕົ້ນໝາກຈອງດ້ວຍ. ຄືຕົ້ນໝາກໄມ້ທຸກໆຕົ້ນກໍຫ່ຽວແຫ້ງຕາຍໄປ ຄວາມຊົມຊື່ນຂອງປະຊາຊົນກໍສູນຫາຍໄປສິ້ນ.
“ເຮົາໄດ້ສົ່ງລົມຮ້ອນ ມາເຮັດໃຫ້ເຄື່ອງປູກຂອງພວກເຈົ້າຫ່ຽວແຫ້ງໄປ. ຝູງຕັກແຕນໄດ້ກິນເຄື່ອງປູກໃນສວນຜັກ ແລະສວນອະງຸ່ນຂອງພວກເຈົ້າໝົດພ້ອມທັງຕົ້ນໝາກເດື່ອ ແລະຕົ້ນໝາກກອກດ້ວຍ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຖິງແມ່ນວ່າຕົ້ນໝາກເດື່ອນັ້ນບໍ່ມີໝາກກໍດີ ຕົ້ນອະງຸ່ນບໍ່ເກີດຜົນຕາມເຄືອກໍຕາມ. ເຖິງແມ່ນວ່າຕົ້ນໝາກກອກເທດບໍ່ເກີດຜົນກໍດີ ທົ່ງໄຮ່ທົ່ງນາບໍ່ຜະລິດຜົນຫຍັງກໍຕາມ. ເຖິງແມ່ນວ່າຝູງແກະນັ້ນລົ້ມຕາຍໄປຈົນໝົດກໍດີ ຄອກງົວທັງຫລາຍເປົ່າແປນກໍຕາມ.
ເຮົາຈະບໍ່ປ່ອຍໃຫ້ຝູງແມງໄມ້ມາທຳລາຍຜົນລະປູກຂອງພວກເຈົ້າ ແລະຕົ້ນອະງຸ່ນຂອງພວກເຈົ້າກໍຈະມີໝາກຫລາຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.