6 ກອງທັບຕັກແຕນໄດ້ໂຈມຕີດິນແດນເຮົາ ມັນສູ້ຊົນທົນຫລາຍແລະທັງນັບບໍ່ຖ້ວນ; ມັນເປັນນັກຮາວີທີ່ທຳລາຍ ແຂ້ວຄືແຂ້ວໂຕສິງ ຫລືດັ່ງແຂ້ວຄົມໆ ຂອງໂຕສິງແມ່.
ພຣະອົງໄດ້ເຮັດໃຫ້ດິນດີກາຍເປັນດິນເຄັມໄປໝົດ ເພາະຄວາມຊົ່ວຂອງພວກທີ່ອາໄສຢູ່ໃນທີ່ນັ້ນ.
ຜູ້ທີ່ເອົາປຽບຢ່າງໂຫດຫ້ຽມຕໍ່ຄົນທຸກແລະຄົນຂັດສົນນັ້ນ ຄືວິທີໃຊ້ຊີວິດຂອງເຂົາ ຄົນຢ່າງນີ້ກໍມີ.
ແລະພຸ່ມໜາມນ້ອຍໃຫຍ່ກຳລັງຈະເກີດຂຶ້ນໃນດິນແດນປະຊາຊົນຂອງເຮົາ. ຈົ່ງຮ້ອງໄຫ້ຮໍ່າໄຮເຖິງເຮືອນທີ່ເຄີຍຢູ່ຢ່າງຜາສຸກ ແລະເຖິງເມືອງທີ່ເຕັມໄປດ້ວຍຊີວິດຊີວານັ້ນສາ.
ທະຫານອັດຊີເຣຍຈະບຸກໂຈມຕີຢູດາຍດັ່ງຖືກກະແສນໍ້າພັດ ແລະຖ້ວມບ່າໄຫລ່ສູງຂຶ້ນໄປຈົນປົກຄຸມເອົາໝົດທຸກສິ່ງ.” ພຣະເຈົ້າສະຖິດຢູ່ນຳພວກເຮົາ ປີກຂອງພຣະອົງພືອອກເພື່ອປົກປ້ອງດິນແດນໄວ້.
ປະຊາຊົນອິດສະຣາເອນຈະບໍ່ໄດ້ຢູ່ໃນດິນແດນຂອງພຣະເຈົ້າຢາເວອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປປະເທດເອຢິບ ແລະກິນອາຫານທີ່ຫວງຫ້າມໃນອັດຊີເຣຍ.
ຜົນລະປູກທີ່ພວກເຈົ້າເສຍໃນປີທີ່ຝູງຕັກແຕນກິນ ເຮົາຈະທົດແທນໃຫ້ຄືນສິ່ງທີ່ໄດ້ເສຍໄປນັ້ນ. ແມ່ນເຮົາເອງທີ່ໄດ້ສົ່ງກອງທັບຕັກແຕນນີ້ມາ ເພື່ອວ່າໃຫ້ມັນໄດ້ຕໍ່ສູ້ພວກເຈົ້າ.