5 ພວກຂີ້ເຫລົ້າເອີຍ ຈົ່ງຕື່ນຂຶ້ນຮ້ອງຄໍ່າຄວນເຖີດ ນັກດື່ມເຫຼົ້າອະງຸ່ນເອີຍ ຈົ່ງຮ້ອງໄຫ້ຮໍ່າໄຮເຖີດ ເພາະພົ້ວໝາກອະງຸ່ນທີ່ຫວັງເຮັດເຫຼົ້າໃໝ່ ກໍໄດ້ຖືກທຳລາຍໄປໝົດກ້ຽງແລ້ວເດ
ສະນັ້ນ ຈົ່ງໃສ່ຜ້າກະສອບເຂົ້າ ແລະໄວ້ທຸກ ຈົ່ງຮ້ອງໄຫ້ຮໍ່າໄຮ ແລະຄໍ່າຄວນສາເຖີດ ເພາະພຣະເຈົ້າຢາເວໂກດຮ້າຍຮຸນແຮງຫລາຍ ຄວາມໂກດຮ້າຍຂອງພຣະອົງບໍ່ໄດ້ຫັນໜີໄປຈາກພວກເຮົາ.
“ມະນຸດເອີຍ ຈົ່ງທຳນວາຍ ແລະປະກາດສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຈົ້າຈົ່ງໂຮຮ້ອງຂຶ້ນດ້ວຍຖ້ອຍຄຳເຫຼົ່ານີ້ສາ ວ່າມື້ຢ້ານກົວອັນໃຫຍ່ຫລວງກຳລັງມາຮອດ
ພໍ່ນາທັງຫລາຍເອີຍ ຈົ່ງໂສກເສົ້າກັນເຖີດ ຜູ້ເຝົ້າສວນອະງຸ່ນເອີຍ ຈົ່ງຮ້ອງໄຫ້ສາເຖີດ ເພາະເຂົ້າບາເລແລະເຂົ້າເດືອຍກໍດີ ແລະຜົນລະປູກທັງໝົດກໍຖືກທຳລາຍກ້ຽງ.
ພວກເຈົ້າປະໂຣຫິດ ຈົ່ງນຸ່ງຜ້າກະສອບເຂົ້າແລະຮ້ອງໄຫ້ສາເຖີດ ຜູ້ຮັບໃຊ້ທີ່ແທ່ນບູຊາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນ, ພວກເຈົ້າຜູ້ຮັບໃຊ້ພຣະເຈົ້າຂອງເຮົາທີ່ວິຫານ ຈົ່ງມານອນໃນຜ້າກະສອບເຂົ້າທັງຄືນ, ເພາະບໍ່ມີເຂົ້າ, ເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຂອງພວກເຈົ້າ.
ພວກເຂົາໃຊ້ສະຫລາກຊີ້ຂາດຊາຕາກຳຂອງປະຊາຊົນ ຄືປະຊາຊົນຂອງເຮົາຜູ້ທີ່ພວກເຂົາໄດ້ຈັບໄປນັ້ນ. ພວກເຂົາໄດ້ຂາຍເດັກຊາຍຍິງທັງຫລາຍໃຫ້ເປັນທາດ. ເອົາເງິນໄປຈ່າຍໂສເພນີແລະຊື້ເຫຼົ້າອະງຸ່ນດື່ມ.
“ຍັງມີເສດຖີຄົນໜຶ່ງ ທີ່ນຸ່ງຫົ່ມເສື້ອຜ້າສີມ່ວງອ່ອນ ແລະຜ້າປ່ານເນື້ອລະອຽດ ປິຕິຍິນດີດ້ວຍອາຫານການກິນຢ່າງປານີດທຸກໆວັນ.
ບັດນີ້ຄົນຮັ່ງມີເອີຍ, ຈົ່ງຟັງເຮົາເທີ້ນ ຈົ່ງຮ້ອງໄຫ້ຮໍ່າໄຮຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ.