Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 1:4 - ພຣະຄຳພີສັກສິ

4 ຕັກແຕນ​ເປັນ​ໝູ່ໆ​ກັດ​ກິນ​ຜົນລະປູກ​ທັງຫລາຍ ສິ່ງ​ເຫຼືອ​ຈາກ​ຕັກແຕນ​ໝູ່​ໜຶ່ງ​ກໍ​ມີ​ໝູ່​ອື່ນ​ກິນ​ອີກ.

Uka jalj uñjjattʼäta Copia luraña




ໂຢເອນ 1:4
19 Jak'a apnaqawi uñst'ayäwi  

ເມື່ອ​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ ຫລື​ມີ​ໂຣກ​ລະບາດ ຫລື​ມີ​ພືດຜົນ​ຖືກ​ທຳລາຍ​ຍ້ອນ​ລົມ​ຮ້ອນ​ພັດ ຫລື​ຍ້ອນ​ຝູງຕັກແຕນ ຫລື​ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ຖືກ​ໂຈມຕີ ຫລື​ເມື່ອ​ມີ​ໂຣກໄພ​ໄຂ້ເຈັບ​ເກີດຂຶ້ນ​ທ່າມກາງ​ພວກເຂົາ


ເມື່ອ​ມີ​ການອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ ຫລື​ມີ​ພະຍາດ​ລະບາດ ຫລື​ມີ​ພືດຜົນ​ຖືກ​ທຳລາຍ​ຍ້ອນ​ລົມຮ້ອນ​ພັດ ຫລື​ຍ້ອນ​ຝູງຕັກແຕນ​ທຳລາຍ ຫລື​ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ຖືກ​ສັດຕູ​ໂຈມຕີ ຫລື​ເມື່ອ​ເກີດ​ພະຍາດ​ໂຣຄາ ຫລື​ການ​ເຈັບໄຂ້​ໄດ້ປ່ວຍ​ໃນ​ທ່າມກາງ​ພວກເຂົາ


ເມື່ອໃດ​ເຮົາ​ປິດ​ຟ້າ​ສະຫວັນ​ກັກ​ຝົນ​ບໍ່​ໃຫ້​ຕົກ ຫລື​ສົ່ງ​ຝູງຕັກແຕນ​ມາ​ກິນ​ເຄື່ອງປູກ​ຂອງຝັງ ຫລື​ສົ່ງ​ພະຍາດ​ລະບາດ​ມາ​ສູ່​ປະຊາຊົນ​ຂອງເຮົາ,


ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ແລະ​ຝູງ​ຕັກແຕນ​ກໍໄດ້​ມາ ພວກມັນ​ມາ​ຢ່າງ​ມະຫາສານ ຈົນ​ນັບ​ບໍ່ໄດ້.


ພຣະອົງ​ໄດ້​ສົ່ງ​ຝູງຕັກແຕນ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ ທັງ​ທຳລາຍ​ທົ່ງໄຮ່​ທົ່ງນາ​ຂອງ​ເຂົາເຈົ້າ​ດ້ວຍ.


ຖ້າ​ເຈົ້າ​ຍັງ​ສືບຕໍ່​ປະຕິເສດ​ຢູ່​ໃນ​ມື້ອື່ນ​ນີ້ ເຮົາ​ຈະ​ໃຫ້​ຝູງຕັກແຕນ​ເຂົ້າ​ມາ​ໃນ​ປະເທດ​ຂອງ​ເຈົ້າ.


ມັນ​ຈະ​ມາ​ເປັນ​ຈຳນວນ​ຫລວງຫລາຍ​ປົກຄຸມ​ຢູ່​ທົ່ວ​ໄປ ຈົນ​ເບິ່ງ​ບໍ່​ເຫັນ​ໜ້າ​ດິນ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ໝາກເຫັບ​ບໍ່ໄດ້​ທຳລາຍ ແມ່ນແຕ່​ຕົ້ນໄມ້​ທີ່​ເຫຼືອ​ຢູ່.


ສິ່ງຂອງ​ທີ່​ພວກເຂົາ​ມີຢູ່​ກໍ​ຖືກ​ຮິບໂຮມ​ເອົາ​ໄປ​ໝົດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ ໂດຍ​ພຣະອົງ​ເອງ​ວ່າ ພຣະອົງ​ຈະ​ນຳ​ຫລາຍ​ຄົນ​ດັ່ງ​ຝູງຕັກແຕນ​ມາ​ໂຈມຕີ​ບາບີໂລນ ແລະ​ພວກເຂົາ​ຈະ​ໂຮຮ້ອງ​ຢ່າງ​ມີໄຊ.


“ຈົ່ງ​ໃຫ້​ສັນຍານ​ໂຈມຕີ ຈົ່ງ​ເປົ່າແກ​ຂຶ້ນ​ເພື່ອ​ຊົນຊາດ​ຕ່າງໆ​ຈະ​ໄດ້ຍິນ ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ ຈົ່ງ​ບອກ​ໃຫ້​ອານາຈັກ​ອາຣາຣັດ, ມິນນີ ແລະ​ອັດຊະເກນາດ ຕຽມ​ໂຈມຕີ. ຈົ່ງ​ແຕ່ງຕັ້ງ​ນາຍ​ທະຫານ​ຜູ້ໜຶ່ງ​ໃຫ້​ນຳພາ​ການ​ໂຈມຕີ. ຈົ່ງ​ນຳ​ຝູງມ້າ​ມາ​ໃຫ້​ຫລາຍ​ດັ່ງ​ຝູງຕັກແຕນ.


ຜົນລະປູກ​ທີ່​ພວກເຈົ້າ​ເສຍ​ໃນ​ປີ​ທີ່​ຝູງຕັກແຕນ​ກິນ ເຮົາ​ຈະ​ທົດແທນ​ໃຫ້​ຄືນ​ສິ່ງ​ທີ່​ໄດ້​ເສຍໄປ​ນັ້ນ. ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ກອງທັບ​ຕັກແຕນ​ນີ້​ມາ ເພື່ອ​ວ່າ​ໃຫ້​ມັນ​ໄດ້​ຕໍ່ສູ້​ພວກເຈົ້າ.


“ເຮົາ​ໄດ້​ສົ່ງ​ລົມຮ້ອນ ມາ​ເຮັດ​ໃຫ້​ເຄື່ອງປູກ​ຂອງ​ພວກເຈົ້າ​ຫ່ຽວແຫ້ງ​ໄປ. ຝູງຕັກແຕນ​ໄດ້​ກິນ​ເຄື່ອງປູກ​ໃນ​ສວນ​ຜັກ ແລະ​ສວນອະງຸ່ນ​ຂອງ​ພວກເຈົ້າ​ໝົດ​ພ້ອມ​ທັງ​ຕົ້ນ​ໝາກເດື່ອ ແລະ​ຕົ້ນ​ໝາກກອກ​ດ້ວຍ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ບັນດານ​ໃຫ້​ມີ​ຝູງຕັກແຕນ​ເກີດ​ຂື້ນມາ (ຫລັງຈາກ​ໄດ້​ຕັດ​ຫຍ້າ​ຊຶ່ງ​ເປັນ​ສ່ວນ​ຂອງ​ກະສັດ ແລ້ວ​ຫຍ້າ​ກໍ​ເລີ່ມ​ປົ່ງ​ຂຶ້ນ​ໃໝ່).


ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຝູງ​ແມງໄມ້​ມາ​ທຳລາຍ​ຜົນລະປູກ​ຂອງ​ພວກເຈົ້າ ແລະ​ຕົ້ນອະງຸ່ນ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ໝາກ​ຫລາຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ພວກເຈົ້າ​ຈະ​ຫວ່ານ​ພືດ​ຢ່າງ​ຫລວງຫລາຍ, ແຕ່​ຈະ​ເກັບກ່ຽວ​ໄດ້​ໜ້ອຍ​ດຽວ ເພາະ​ຕັກແຕນ​ຈະ​ມາ​ກິນ​ພືດຜົນ​ນັ້ນ.


ຕົ້ນໄມ້​ແລະ​ພືດຜົນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ແມງໄມ້​ມາ​ທຳລາຍ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka