3 ຈົ່ງເລົ່າເລື່ອງລາວໃຫ້ລູກໆຂອງພວກເຈົ້າຟັງເດີ ເພື່ອວ່າພວກເຂົາຈະບອກສອນລູກໆຂອງພວກເຂົາຕໍ່ໆໄປ ແລະພໍເມື່ອມາເຖິງຜຽນຂອງພວກເຂົາ ພວກເຂົາກໍຈະເລົ່າໃຫ້ຄົນຊົ່ວອາຍຸຕໍ່ໄປຮູ້.
ຈົ່ງໃຫ້ຄົນຊົ່ວອາຍຸນີ້ເວົ້າເຖິງພຣະຣາຊກິດຂອງພຣະອົງສູ່ຄົນອີກຊົ່ວອາຍຸໜຶ່ງຟັງ ແລະປະກາດກິດຈະການອັນຍິ່ງໃຫຍ່ທີ່ໄດ້ຊົງກະທຳນັ້ນ.
ຂ້າແດ່ພຣະເຈົ້າ ພວກຂ້ານ້ອຍໄດ້ຍິນຄຳເວົ້າດ້ວຍຫູຂອງຕົນເອງ ປູ່ຍ່າຕາຍາຍຂອງພວກຂ້ານ້ອຍກໍໄດ້ບອກເຖິງເລື່ອງນີ້ ຄືໃນຄາວຂອງພວກເພິ່ນນັ້ນພຣະອົງໄດ້ເຮັດສິ່ງຍິ່ງໃຫຍ່ຫລາຍ ເປັນເຫດການທີ່ຜ່ານມາແຕ່ດົນນານແລ້ວ:
ຂ້າແດ່ພຣະເຈົ້າເອີຍ ບັດນີ້ຂ້ານ້ອຍເຖົ້າແກ່ ແລະຜົມຫງອກກໍຫລາຍແລ້ວ ຂໍຢ່າປະຖິ້ມຂ້ານ້ອຍໄປເລີຍ ໃນຂະນະທີ່ຂ້ານ້ອຍປະກາດເຖິງຣິດອຳນາດ ແລະຄວາມຍິ່ງໃຫຍ່ຂອງພຣະອົງແກ່ຄົນລຸ້ນຕໍ່ໄປຟັງ ຂໍພຣະອົງຢູ່ນຳຂ້ານ້ອຍດ້ວຍ.
ຕໍ່ໄປພາຍໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ກໍໃຫ້ພວກເຈົ້າບອກພວກເຂົາວ່າ, ‘ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ບ່ອນທີ່ພວກເຮົາເຄີຍຕົກເປັນທາດຮັບໃຊ້.
ແມ່ນຜູ້ທີ່ມີຊີວິດຢູ່ເທົ່ານັ້ນທີ່ສັນລະເສີນພຣະອົງ ດັ່ງທີ່ຂ້ານ້ອຍສັນລະເສີນພຣະອົງຢູ່ດຽວນີ້. ດັ່ງພໍ່ແມ່ບອກສອນພວກລູກໆຂອງຕົນ ເຖິງຄວາມສັດຊື່ຂອງພຣະອົງໃຫ້ເຂົາໄດ້ຮູ້.
ຈົ່ງສັ່ງສອນລູກຫຼານຂອງພວກເຈົ້າໃຫ້ຮຽນຮູ້ເອົາ. ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ ບໍ່ວ່າເມື່ອຢູ່ໃນເຮືອນຫລືທຽວທາງກໍດີ ເມື່ອພັກຜ່ອນຫລືເຮັດວຽກກໍດີ.