Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 1:2 - ພຣະຄຳພີສັກສິ

2 ຈົ່ງ​ຕັ້ງໃຈ​ຟັງ​ເຖີດ ພວກເຈົ້າ​ຜູ້​ເຖົ້າແກ່​ທັງຫລາຍ ທຸກໆຄົນ​ໃນ​ຢູດາຍ​ເອີຍ ຈົ່ງ​ຟັງ​ເທີ້ນ ສິ່ງ​ເຊັ່ນນີ້ ເຄີຍ​ເກີດຂຶ້ນ​ໃນ​ສະໄໝ​ພວກເຈົ້າ​ຫລື​ບໍ່? ຫລື​ໃນ​ສະໄໝ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່?

Uka jalj uñjjattʼäta Copia luraña




ໂຢເອນ 1:2
24 Jak'a apnaqawi uñst'ayäwi  

ຄົນ​ເຖົ້າແກ່​ແລ້ວ ກໍ​ຖື​ວ່າ​ມີ​ປັນຍາ ແຕ່​ພຣະເຈົ້າ​ມີ​ທັງ​ສະຕິປັນຍາ​ແລະ​ຣິດເດດ. ຄົນ​ເຖົ້າແກ່​ແລ້ວ ກໍ​ຖື​ວ່າ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ແຕ່​ພຣະເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ດີ ແລະ​ທັງ​ມີ​ຣິດເດດ​ທີ່​ກະທຳການ​ໄດ້.


ພວກເຮົາ​ຮຽນຮູ້​ປັນຍາ​ນຳ​ຄົນ​ຜົມຫງອກ​ອາຍຸ​ສູງ ຄື​ພວກ​ທີ່​ເກີດ​ມາ​ກ່ອນ​ບິດາ​ຂອງ​ເຈົ້າ​ເກີດ​ມາ​ພຸ້ນ.


ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ບໍ່​ດີ​ຍັງ​ມີ​ຊີວິດ​ຢູ່ ຈົນ​ພວກເຂົາ​ເຖົ້າແກ່​ຊະຣາ ຈົນ​ຮຸ່ງເຮືອງ​ຂຶ້ນ ແລະ​ຮັ່ງມີ​ນໍ?


ຈົ່ງ​ຄົ້ນຫາ​ສະຕິປັນຍາ​ຂອງ​ຄົນ​ໃນ​ສະໄໝ​ບູຮານ​ເບິ່ງແມ ຈົ່ງ​ພິຈາລະນາ​ຫາ​ຄວາມຈິງ​ທີ່​ພໍ່​ພວກເຮົາ​ຮໍ່າຮຽນ​ນັ້ນ.


ຈົ່ງ​ຟັງ​ເຖີດ ປະຊາຊົນ​ທຸກ​ຖ້ວນ​ໜ້າ​ເອີຍ ຄົນ​ທົ່ວ​ທັງໂລກ​ເອີຍ ຈົ່ງ​ຮັບ​ຟັງ​ເລື່ອງນີ້


ປະຊາຊົນ​ທຸກ​ຊົນຊາດ​ເອີຍ ຈົ່ງ​ມາ​ເທີ້ນ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ. ຈົ່ງ​ໃຫ້​ໝົດ​ທັງ​ໂລກ ແລະ​ໝົດ​ທຸກຄົນ​ຢູ່​ໃນ​ໂລກ​ມາ​ທີ່ນີ້​ແລະ​ຟັງ.


ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.


ວັນ​ອັນ​ໜ້າຢ້ານກົວ​ໃຫຍ່​ນັ້ນ ກຳລັງ​ຈະ​ມາ​ເຖິງ ບໍ່ມີ​ວັນໃດ​ເລີຍ​ຈະ​ປຽບປານ​ວັນນັ້ນ​ໄດ້ ເພາະ​ເປັນ​ເວລາ​ທີ່​ປະຊາຊົນ​ຂອງເຮົາ​ທຸກໃຈ​ຫລາຍ ແຕ່​ພວກເຂົາ​ຈະ​ລອດ​ປອດໄພ​ທັງ​ຈະ​ມີ​ຊີວິດ​ຢູ່ໄດ້.”


ຊົນຊາດ​ທີ່​ໂງ່ຈ້າ ແລະ​ບໍ່ມີ​ຄວາມຄິດ​ເອີຍ ຈົ່ງ​ເອົາໃຈໃສ່ ຜູ້​ທີ່​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ ຜູ້​ທີ່​ມີ​ຫູ ແຕ່​ຟັງ​ບໍ່ໄດ້ຍິນ.


“ໃນ​ເວລາ​ນັ້ນ ມີຄາເອນ​ເທວະດາ​ຕົນ​ໃຫຍ່ ຜູ້​ທີ່​ຮັກສາ​ປະຊາຊົນ​ຂອງ​ພຣະອົງ​ຈະ​ມາ​ປາກົດ. ແລ້ວ​ກໍ​ຈະ​ມີ​ການ​ລຳບາກ​ໜັກ​ເກີດຂື້ນ​ຢ່າງ​ບໍ່ເຄີຍ​ມີ​ມາ​ນັບ​ຕັ້ງແຕ່​ມີ​ຊົນຊາດ​ທັງຫລາຍ. ເມື່ອ​ເຖິງ​ເວລາ​ນັ້ນ ປະຊາຊົນ​ທັງປວງ​ຂອງ​ເຈົ້າ​ທີ່​ມີ​ຊື່​ໃນ​ໜັງສື​ຂອງ​ພຣະເຈົ້າ​ຈະ​ໄດ້​ພົ້ນ.


ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.


“ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ ຈົ່ງ​ຟັງ​ເລື່ອງ​ນີ້ ປະຊາຊົນ​ອິດສະຣາເອນ ຈົ່ງ​ລະມັດ​ລະວັງ​ເດີ ພວກເຈົ້າ​ຜູ້​ເປັນ​ເຊື້ອວົງ​ຂອງ​ກະສັດ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄວນ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ ບໍ່​ດັ່ງນັ້ນ​ແລ້ວ ການຕັດສິນ​ກໍ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ໄດ້​ກາຍເປັນ​ດັ່ງ​ແຮ້ວ​ທີ່​ເມືອງ​ມີຊະປາ ເປັນ​ດັ່ງ​ຕະຂ່າຍ​ທີ່​ກາງ​ຢູ່​ເທິງ​ພູ​ຕາໂບ


ຈົ່ງ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ອົດອາຫານ ຈົ່ງ​ເອີ້ນ​ກັນ​ມາ​ປະຊຸມ​ເປັນການ​ນັດ​ພິເສດ ຈົ່ງ​ເຕົ້າໂຮມ​ພວກ​ຜູ້ປົກຄອງ​ທັງ​ຊາວ​ຢູດາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພາກັນ​ຮ້ອງໄຫ້​ຫາ​ພຣະເຈົ້າຢາເວ.


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ປະຊາຊົນ​ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ພວກເຈົ້າ ຄື​ຄົນ​ທັງ​ຊາດ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ,


ພວກເຈົ້າ ຍິງ​ຊາວ​ຊາມາເຣຍ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ອ້ວນພີ​ເໝືອນ​ດັ່ງ​ງົວແມ່​ທີ່​ລ້ຽງ​ໄວ້​ຢ່າງດີ​ໃນ​ບາຊານ ພວກເຈົ້າ​ປະຕິບັດ​ບໍ່​ຖືກຕ້ອງ​ຕໍ່​ຜູ້​ຂັດສົນ ພວກເຈົ້າ​ກົດຂີ່​ຄົນ​ຍາກຈົນ ແລະ​ຂໍຮ້ອງ​ຜົວ​ໃຫ້​ຂົນ​ເອົາ​ເຫຼົ້າ​ມາ​ໃຫ້​ພວກເຈົ້າ​ດື່ມ​ຢູ່​ບໍ່​ຂາດ


ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເພງ​ໄວ້​ອາໄລ​ທີ່​ເຮົາ​ຮ້ອງ​ສູ່​ພວກເຈົ້າ​ຟັງ​ດັ່ງ​ຕໍ່ໄປນີ້:


ຈົ່ງ​ຟັງ​ເລື່ອງ​ນີ້​ບັນດາ​ທຸກ​ຊົນຊາດ​ເອີຍ ຈົ່ງ​ຟັງ​ເລື່ອງ​ນີ້​ທຸກຄົນ ທັງ​ທຸກສິ່ງ​ທີ່​ແຜ່ນດິນ​ໂລກ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃດ ອົງພຣະ​ຜູ້​ເປັນເຈົ້າ​ຈາກ​ພຣະວິຫານ​ທີ່​ບໍຣິສຸດ​ຂອງ​ພຣະອົງ.


ຈົ່ງ​ຟັງ​ເດີ ບັນດາ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ຄວນ​ຈະ​ຫ່ວງໃຍ​ເຖິງ​ຄວາມ​ຍຸດຕິທຳ


ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ທີ່​ກຽດຊັງ​ຄວາມ​ຍຸດຕິທຳ​ແລະ​ປ່ຽນ​ຖືກ​ໃຫ້​ເປັນ​ຜິດ.


ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”


ເພາະ​ຄວາມ​ທຸກ​ລຳບາກ​ໃນ​ວັນ​ເຫຼົ່ານັ້ນ ຈະ​ໜັກໜ່ວງ​ຫລາຍ​ທີ່ສຸດ​ຢ່າງ​ບໍ່ເຄີຍ​ມີ​ມາ ຕັ້ງແຕ່​ຕົ້ນເດີມ​ໂລກ​ຈົນເຖິງ​ທຸກ​ວັນນີ້ ຄວາມ​ທຸກ​ອັນ​ຮ້າຍແຮງ​ຢ່າງ​ນີ້​ຈະ​ບໍ່​ເກີດຂຶ້ນ​ອີກ​ຈັກເທື່ອ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ມີ​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ຢູ່​ໃນ​ສວນ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka