Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 1:16 - ພຣະຄຳພີສັກສິ

16 ພວກເຮົາ​ໝົດ​ທີ່​ເພິ່ງ ເມື່ອ​ເບິ່ງ​ພືດຜົນ​ຖືກ​ທຳລາຍ ຄວາມ​ມ່ວນຊື່ນ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ກໍ​ຫັບຫາຍ​ໄປສິ້ນ.

Uka jalj uñjjattʼäta Copia luraña




ໂຢເອນ 1:16
11 Jak'a apnaqawi uñst'ayäwi  

ຈົ່ງ​ອວດ​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ ທຸກຄົນ​ທີ່​ສະແຫວງຫາ​ພຣະເຈົ້າຢາເວ ຈົ່ງ​ຊື່ນໃຈ​ຍິນດີ​ເທີ້ນ.


ຂ້າແດ່​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ແທ່ນບູຊາ ເພາະ​ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມສຸກ​ອັນ​ໃຫຍ່. ຂ້ານ້ອຍ​ຈະ​ຈັບ​ກິດຕາ​ຂຶ້ນ​ດີດ ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້ຍິນ​ສຽງ​ອັນ​ຊົມຊື່ນ​ເບີກບານ​ໃຈ ຂໍ​ໃຫ້​ກະດູກ​ທີ່​ພຣະອົງ​ໄດ້​ຊົງ ເຮັດ​ໃຫ້​ໝຸ່ນ​ແຕກ​ສະຫລາຍ​ໄປ​ນັ້ນ​ຍິນດີ ຂ້ານ້ອຍ​ນັ້ນ​ກໍ​ຈະ​ມີ​ຄວາມສຸກ​ອີກ​ຄັ້ງ​ໜຶ່ງ.


ແຕ່​ລາວ​ຈະ​ຕອບ​ວ່າ, “ຢ່າ​ເລືອກເອົາ​ຂ້ອຍ​ເທາະ ຂ້ອຍ​ຊ່ວຍ​ພວກເຈົ້າ​ບໍ່ໄດ້​ດອກ. ຂ້ອຍ​ບໍ່ມີ​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ເລີຍ. ຢ່າ​ສູ່​ເລືອກເອົາ​ຂ້ອຍ​ເປັນ​ຜູ້ນຳ​ເທາະ.”


ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka