12 ເຄືອອະງຸ່ນແລະກົກໝາກເດື່ອກໍຮ່ວງໂຮຍ ຕົ້ນໝາກພີລາ ກົກຕານແລະຕົ້ນໝາກຈອງດ້ວຍ. ຄືຕົ້ນໝາກໄມ້ທຸກໆຕົ້ນກໍຫ່ຽວແຫ້ງຕາຍໄປ ຄວາມຊົມຊື່ນຂອງປະຊາຊົນກໍສູນຫາຍໄປສິ້ນ.
ແຕ່ຄວາມຊົມຊື່ນຍິນດີ ທີ່ພຣະອົງຊົງປະທານໃຫ້ຂ້ານ້ອຍນັ້ນ ຈະມີຫລາຍກວ່າເຂົ້າ ແລະເຫຼົ້າອະງຸ່ນທີ່ພວກເຂົາມີ.
ຄົນຊອບທຳນັ້ນຈະຈະເລີນຂຶ້ນດັ່ງຕົ້ນຕານ ຈະໃຫຍ່ຂຶ້ນດັ່ງຕົ້ນແປກທີ່ເລບານອນນັ້ນ.
ຕົ້ນໝາກຈອງເກີດຢູ່ທ່າມກາງຕົ້ນໄມ້ປ່າສັນໃດ ຄົນຮັກຂອງນ້ອງກໍປະປົນຢູ່ກັບຊາຍອື່ນສັນນັ້ນ. ຂ້ອຍມັກມານັ່ງພັກເຊົາຢູ່ໃຕ້ຮົ່ມຂອງມັນ ແລະໝາກຂອງມັນກໍຫວານແລະຣົດຊາດກໍແຊບ.
ໃນທີ່ນັ້ນ ຕົ້ນໄມ້ກິນໝາກຕ່າງກໍໃຫຍ່ຂຶ້ນຫລາຍ ໃຫຍ່ຂຶ້ນມາດັ່ງສວນຕົ້ນໝາກພິລາທັງນັ້ນ ມີໝາກໄມ້ຣົດຊາດດີເລີດທຸກໆຊະນິດ ມີທັງຕົ້ນທຽນຊຳແລະຕົ້ນຫອມແຝກ.
ບັດນີ້ ໃນທົ່ງໄຮ່ທົ່ງນາທີ່ມີດິນດີກໍບໍ່ມີຜູ້ໃດຢູ່ເປັນສຸກ. ບໍ່ມີຜູ້ໃດໂຮຮ້ອງຫລືຂັບລຳທຳເພງໃນສວນອະງຸ່ນເລີຍ. ບໍ່ມີຜູ້ໃດບີບໝາກອະງຸ່ນເຮັດເຫຼົ້າອະງຸ່ນ ສຽງໂຮຮ້ອງອັນຊົມຊື່ນຍິນດີນັ້ນໄດ້ໝົດໄປສາແລ້ວ.
ຊາວເມືອງຮ້ອງດ່າຕາມຫົນທາງຍ້ອນບໍ່ມີເຫຼົ້າອະງຸ່ນດື່ມອີກ. ຄວາມສຸກໝົດໄປຈາກດິນແດນຢ່າງບໍ່ມີມື້ຈະກັບຄືນມາ.
ກົກອະງຸ່ນຈະຫ່ຽວແຫ້ງໄປ ແລະເຫຼົ້າອະງຸ່ນຈະຫາຍາກທີ່ສຸດ. ທຸກໆຄົນທີ່ເຄີຍມີຄວາມສຸກ ບັດນີ້ ກໍຈະມີແຕ່ຄວາມທຸກ
ພຣະອົງໃຫ້ພວກເຂົາມີຄວາມຍິນດີອັນຍິ່ງໃຫຍ່ ພຣະອົງໄດ້ເຮັດໃຫ້ພວກເຂົາມີຄວາມສຸກໃນຈິດໃຈ. ພວກເຂົາຊົມຊື່ນຍິນດີດ້ວຍສິ່ງທີ່ພຣະອົງໄດ້ກະທຳ ດັ່ງຄົນຊົມຊື່ນຍິນດີເມື່ອພວກເຂົາເກັບກ່ຽວເຂົ້າ ຫລືເໝືອນດັ່ງຄົນໂຮຮ້ອງຢ່າງຊົມຊື່ນຍິນດີ ເວລາທີ່ພວກເຂົາແບ່ງປັນຊັບສິນທີ່ຢຶດມາໄດ້.
ຊາວເມືອງໂຮໂຣນາອິມຕ່າງກໍຮ້ອງອອກມາວ່າ, ‘ຈິບຫາຍ ຈິບຫາຍກັນໃຫຍ່ແລ້ວ.’
ຄວາມສຸກ ແລະຄວາມຊົມຊື່ນຍິນດີໄດ້ຖືກນຳເອົາໜີໄປຈາກທີ່ດິນອັນອຸດົມສົມບູນຂອງໂມອາບ. ເຮົາໄດ້ເຮັດໃຫ້ນໍ້າອະງຸ່ນເຊົາໄຫລຈາກທີ່ບີບໝາກອະງຸ່ນ; ບໍ່ມີຄົນເຮັດເຫຼົ້າອະງຸ່ນອີກແລ້ວ ແລະບໍ່ມີສຽງໂຮຮ້ອງຊົມຊື່ນຍິນດີ.
ທົ່ງໄຮ່ທົ່ງນາກໍຖືກທຳລາຍຈົນໝົດ ທີ່ດິນກໍຈົມຢູ່ໃນຄວາມງຽບເຫງົາທັງສິ້ນ. ບໍ່ມີຮວງເຂົ້າແລະບໍ່ມີພົ້ວໝາກອະງຸ່ນ ໝາກກອກເທດກໍບໍ່ມີຢູ່ຕົ້ນ ພໍເຮັດນໍ້າມັນໄດ້.
ພວກເຮົາໝົດທີ່ເພິ່ງ ເມື່ອເບິ່ງພືດຜົນຖືກທຳລາຍ ຄວາມມ່ວນຊື່ນໃນວິຫານຂອງພຣະເຈົ້າຂອງພວກເຮົາ ກໍຫັບຫາຍໄປສິ້ນ.
ແຕ່ໃນຕອນເຊົ້າຂອງມື້ຕໍ່ມາ ຕາມຄຳສັ່ງຂອງພຣະເຈົ້າ ດ້ວງໂຕໜຶ່ງໄດ້ກັດກິນຕົ້ນໄມ້ນັ້ນ ແລະມັນກໍໄດ້ຫ່ຽວແຫ້ງຕາຍໄປ.
ເຖິງແມ່ນວ່າຈະບໍ່ມີເຂົ້າກິນເຫຼືອຢູ່, ຕົ້ນໝາກອະງຸ່ນ, ຕົ້ນໝາກເດື່ອ, ຕົ້ນໝາກພີລາ ແລະຕົ້ນໝາກກອກເທດ ຍັງບໍ່ເກີດຜົນກໍຕາມ, ແຕ່ບັດນີ້ຕໍ່ໄປ ເຮົາຈະອວຍພອນພວກເຈົ້າ.”
ເຮົາຈະບໍ່ປ່ອຍໃຫ້ຝູງແມງໄມ້ມາທຳລາຍຜົນລະປູກຂອງພວກເຈົ້າ ແລະຕົ້ນອະງຸ່ນຂອງພວກເຈົ້າກໍຈະມີໝາກຫລາຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
ພວກເຂົາໄດ້ມາຮອດຮ່ອມພູເອັດຊະໂຄນ ແລະຢູ່ໃນທີ່ນັ້ນພວກເຂົາໄດ້ຕັດເອົາງ່າອະງຸ່ນຊຶ່ງມີໝາກດົກຫລາຍ ຈົນຕ້ອງໃຊ້ໄມ້ຄານສອດໃຫ້ສອງຄົນຫາມ. ພວກເຂົາຍັງໄດ້ນຳເອົາໝາກພີລາແລະໝາກເດື່ອບາງສ່ວນມາດ້ວຍ.