11 ພໍ່ນາທັງຫລາຍເອີຍ ຈົ່ງໂສກເສົ້າກັນເຖີດ ຜູ້ເຝົ້າສວນອະງຸ່ນເອີຍ ຈົ່ງຮ້ອງໄຫ້ສາເຖີດ ເພາະເຂົ້າບາເລແລະເຂົ້າເດືອຍກໍດີ ແລະຜົນລະປູກທັງໝົດກໍຖືກທຳລາຍກ້ຽງ.
ແມ່ນວ່າດອກອັນງົດງາມເກີດມາແຕ່ເຊົ້າໆ ຍ້ອນພວກເຈົ້າປູກກໍດີ; ແຕ່ພວກເຈົ້າຈະບໍ່ໄດ້ເດັດດອກມາດົມ. ຄວາມເດືອດຮ້ອນແລະການເຈັບປວດ ທີ່ປິ່ນປົວບໍ່ດີແຕ່ເທົ່ານັ້ນຈະເກີດມີມາ.
“ຢູດາກຳລັງຢູ່ໃນສະພາບໄວ້ທຸກ ເພາະຄົນໃນເມືອງກຳລັງລົ້ມຕາຍ ປະຊາຊົນໃນເມືອງກໍໂສກເສົ້ານອນຕາມຂີ້ດິນ ແລະນະຄອນເຢຣູຊາເລັມກໍຮ້ອງຂໍໃຫ້ຊ່ວຍ.
ຢ່າໃຫ້ມີການເພາະປູກ ຫລືການເກັບກ່ຽວໃນປະເທດນີ້. ຊາວຕ່າງດ້າວທຸກໆຄົນທີ່ກຳລັງອາໄສຢູ່ໃນທີ່ນັ້ນຈະຢ້ານກອງທັບໂຈມຕີ ແລະຈະກັບຄືນເມືອບ້ານເກີດເມືອງນອນຂອງໃຜລາວ.”
ຂ້ານ້ອຍໄດ້ຖາມວ່າ, “ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງດິນແດນນີ້ຈຶ່ງຖືກທຳລາຍ ແລະແຫ້ງແລ້ງດັ່ງຖິ່ນທຸລະກັນດານ ຈົນວ່າບໍ່ມີຜູ້ໃດທ່ອງທ່ຽວຜ່ານໄປມາເລີຍ? ຜູ້ໃດແດ່ສະຫລາດພໍທີ່ຈະເຂົ້າໃຈເລື່ອງນີ້ໄດ້? ພຣະອົງໄດ້ອະທິບາຍໃຫ້ຜູ້ໃດຟັງແດ່ ເພື່ອລາວຈະບອກຄົນອື່ນໃຫ້ຮູ້ໄດ້?”
“ມະນຸດເອີຍ ຈົ່ງທຳນວາຍ ແລະປະກາດສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຈົ້າຈົ່ງໂຮຮ້ອງຂຶ້ນດ້ວຍຖ້ອຍຄຳເຫຼົ່ານີ້ສາ ວ່າມື້ຢ້ານກົວອັນໃຫຍ່ຫລວງກຳລັງມາຮອດ
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຕາມຖະໜົນຫົນທາງໃນເມືອງຈະມີແຕ່ການຮ້ອງໄຫ້ ແລະການຄວນຄາງດ້ວຍຄວາມທຸກລຳບາກ. ພວກເຂົາຈະເອີ້ນພວກຊາວນາມາຮ່ວມຮ້ອງໄຫ້ໄວ້ທຸກ ແລະຜູ້ທີ່ຖືກຈ້າງມາໃຫ້ໄວ້ທຸກນັ້ນ.
ແລະຄວາມໄວ້ວາງໃຈ ບໍ່ຫ່ອນເຮັດໃຫ້ມີຄວາມເສຍໃຈ ເພາະຜິດຫວັງ ເພາະເຫັນວ່າພຣະເຈົ້າຊົງເປັ່ງຄວາມຮັກຂອງພຣະອົງເຂົ້າໃນໃຈຂອງພວກເຮົາໂດຍທາງພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະອົງໄດ້ຊົງປະທານໃຫ້ແກ່ເຮົາທັງຫລາຍແລ້ວ.