Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢເອນ 1:10 - ພຣະຄຳພີສັກສິ

10 ທົ່ງໄຮ່​ທົ່ງນາ​ກໍ​ຖືກ​ທຳລາຍ​ຈົນ​ໝົດ ທີ່ດິນ​ກໍ​ຈົມ​ຢູ່​ໃນ​ຄວາມ​ງຽບເຫງົາ​ທັງສິ້ນ. ບໍ່ມີ​ຮວງເຂົ້າ​ແລະ​ບໍ່ມີ​ພົ້ວ​ໝາກອະງຸ່ນ ໝາກກອກເທດ​ກໍ​ບໍ່ມີ​ຢູ່​ຕົ້ນ ພໍ​ເຮັດ​ນໍ້າມັນ​ໄດ້.

Uka jalj uñjjattʼäta Copia luraña




ໂຢເອນ 1:10
19 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ ທີ່ດິນ​ກໍ​ຈະ​ບໍ່​ເກີດຜົນ​ຫຍັງ; ເຈົ້າ​ຈະ​ບໍ່ມີ​ທີ່​ຢູ່ ແລະ​ຈະ​ພະເນຈອນ​ໄປ​ເທິງ​ແຜ່ນດິນ​ໂລກ.”


ນໍ້າ​ຫ້ວຍ​ນິມຣິມ​ກໍ​ແຫ້ງແລ້ງ ຫຍ້າ​ທີ່​ແຄມຝັ່ງ​ກໍ​ຫ່ຽວແຫ້ງ ແລະ​ບໍ່ມີ​ສິ່ງ​ຂຽວ​ຫຍັງ​ເຫຼືອ​ຢູ່​ເລີຍ.


ຊາວ​ເມືອງ​ຮ້ອງ​ດ່າ​ຕາມ​ຫົນທາງ​ຍ້ອນ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ອີກ. ຄວາມສຸກ​ໝົດ​ໄປ​ຈາກ​ດິນແດນ​ຢ່າງ​ບໍ່ມີ​ມື້​ຈະ​ກັບຄືນ​ມາ.


ກົກອະງຸ່ນ​ຈະ​ຫ່ຽວແຫ້ງ​ໄປ ແລະ​ເຫຼົ້າ​ອະງຸ່ນ​ຈະ​ຫາ​ຍາກ​ທີ່ສຸດ. ທຸກໆຄົນ​ທີ່​ເຄີຍ​ມີ​ຄວາມສຸກ ບັດນີ້ ກໍ​ຈະ​ມີ​ແຕ່​ຄວາມທຸກ


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ​ໄປ ໃຫ້​ນອນ​ຢຽດ​ຢູ່​ຕໍ່ໜ້າ​ເຮົາ​ຢ່າງ​ໂສກເສົ້າ. ດິນແດນ​ຈຶ່ງ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບໍ່ມີ​ຜູ້ໃດ​ກັງວົນ​ສົນໃຈ​ນຳ​ມັນ​ອີກ.


ດິນແດນ​ນັ້ນ​ຈະ​ແຫ້ງແລ້ງ​ຢູ່​ຢ່າງນີ້​ບໍ? ຫຍ້າ​ຕາມ​ທົ່ງນາ​ຈະ​ແຫ້ງ​ຢູ່​ຢ່າງນີ້​ດົນ​ປານໃດ? ຝູງສັດ ຝູງນົກ​ລົ້ມ​ຕາຍ​ຍ້ອນ​ປະຊາຊົນ​ຊົ່ວຊາມ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ບໍ່​ເຫັນ​ພວກເຮົາ​ເຮັດ​ດອກ.”’


ຄວາມສຸກ ແລະ​ຄວາມ​ຊົມຊື່ນ​ຍິນດີ​ໄດ້​ຖືກ​ນຳ​ເອົາ​ໜີໄປ​ຈາກ​ທີ່ດິນ​ອັນ​ອຸດົມສົມບູນ​ຂອງ​ໂມອາບ. ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ອະງຸ່ນ​ເຊົາ​ໄຫລ​ຈາກ​ທີ່​ບີບ​ໝາກອະງຸ່ນ; ບໍ່ມີ​ຄົນ​ເຮັດ​ເຫຼົ້າ​ອະງຸ່ນ​ອີກ​ແລ້ວ ແລະ​ບໍ່ມີ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ.


ສະນັ້ນ ດິນແດນ​ຈະ​ແຫ້ງແລ້ງ ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ນັ້ນ​ຈະ​ຕາຍໄປ​ໝົດ. ສັດ​ແລະ​ນົກ​ທັງປວງ​ແມ່ນແຕ່​ປາ​ກໍ​ຈະ​ຕາຍ​ດ້ວຍ.”


ແຕ່​ອີກ​ບໍ່​ດົນ ພວກເຈົ້າ​ຈະ​ບໍ່ມີ​ເຂົ້າ​ສາລີ​ກັບ​ນໍ້າມັນ​ໝາກກອກເທດ ກິນ​ພຽງພໍ​ແລະ​ຈະ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ.


ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ​ກໍ​ຮ່ວງໂຮຍ ຕົ້ນ​ໝາກພີລາ ກົກ​ຕານ​ແລະ​ຕົ້ນໝາກຈອງ​ດ້ວຍ. ຄື​ຕົ້ນ​ໝາກໄມ້​ທຸກໆ​ຕົ້ນ​ກໍ​ຫ່ຽວແຫ້ງ​ຕາຍໄປ ຄວາມ​ຊົມຊື່ນ​ຂອງ​ປະຊາຊົນ​ກໍ​ສູນຫາຍ​ໄປສິ້ນ.


ພວກ​ຂີ້ເຫລົ້າ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ຮ້ອງ​ຄໍ່າຄວນ​ເຖີດ ນັກດື່ມ​ເຫຼົ້າ​ອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖີດ ເພາະ​ພົ້ວ​ໝາກອະງຸ່ນ​ທີ່​ຫວັງ​ເຮັດ​ເຫຼົ້າ​ໃໝ່ ກໍໄດ້​ຖືກ​ທຳລາຍ​ໄປ​ໝົດກ້ຽງ​ແລ້ວ​ເດ


ພຣະເຈົ້າຢາເວ​ຕອບ​ພວກເຂົາ​ວ່າ, “ບັດນີ້ ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ ເຂົ້າ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ແລະ​ພວກເຈົ້າ​ຈະ​ກິນ​ຢ່າງ​ອີ່ມໜຳ​ສຳລານ ຊົນຊາດ​ອື່ນ​ຈະ​ບໍ່​ຫຍໍ້ຫຍັນ​ພວກເຈົ້າ​ຕໍ່ໄປ​ອີກ.


ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.


ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ນັ້ນ​ບໍ່ມີ​ໝາກ​ກໍດີ ຕົ້ນອະງຸ່ນ​ບໍ່​ເກີດຜົນ​ຕາມ​ເຄືອ​ກໍຕາມ. ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກເທດ​ບໍ່​ເກີດຜົນ​ກໍດີ ທົ່ງໄຮ່​ທົ່ງນາ​ບໍ່​ຜະລິດ​ຜົນ​ຫຍັງ​ກໍຕາມ. ເຖິງ​ແມ່ນ​ວ່າ​ຝູງແກະ​ນັ້ນ​ລົ້ມ​ຕາຍໄປ​ຈົນ​ໝົດ​ກໍດີ ຄອກ​ງົວ​ທັງຫລາຍ​ເປົ່າແປນ​ກໍຕາມ.


ເຮົາ​ໄດ້​ນຳ​ໄພ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ຄື: ເນີນພູ​ຕ່າງໆ, ທົ່ງນາ, ສວນອະງຸ່ນ, ສວນ​ໝາກກອກເທດ ຕະຫລອດ​ທັງ​ເຄື່ອງປູກ​ຂອງຝັງ​ທຸກໆ​ຊະນິດ ທີ່​ໄດ້​ເກີດຂຶ້ນ​ຕາມ​ພື້ນດິນ; ສູ່​ມະນຸດ​ແລະ​ສັດ​ທັງຫລາຍ ແລະ​ທຸກສິ່ງ​ທີ່​ພວກເຈົ້າ​ພະຍາຍາມ​ປູກ​ຂຶ້ນ.”


ເຮົາ​ຈະ​ລົງໂທດ​ລູກ​ຂອງ​ພວກເຈົ້າ ແລະ​ເອົາ​ໜ້າ​ພວກເຈົ້າ​ຖູ​ໃສ່​ຂີ້​ສັດ​ທີ່​ພວກເຈົ້າ​ນຳ​ມາ​ຖວາຍບູຊາ​ນັ້ນ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ອອກ​ໄປ​ພ້ອມ​ກັບ​ຂີ້​ສັດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka