Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 9:3 - ພຣະຄຳພີສັກສິ

3 ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ລາວ ຫລື​ບາບກຳ​ຂອງ​ພໍ່ແມ່​ລາວ ລາວ​ຕາບອດ​ເພື່ອ​ໃຫ້​ພາລະກິດ​ຂອງ​ພຣະເຈົ້າ​ສຳແດງ​ໃນ​ຕົວ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະເຢຊູເຈົ້າ​ກ່າວ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ​ທີ່​ເຮັດບາບ ແຕ່​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ພາລະກິດ​ຂອງ​ພຣະເຈົ້າ​ຈະ​ສະແດງ​ໃນ​ຊີວິດ​ຂອງ​ລາວ.

Uka jalj uñjjattʼäta Copia luraña




ໂຢຮັນ 9:3
16 Jak'a apnaqawi uñst'ayäwi  

ຈົ່ງ​ລະວັງ​ໄວ້ ຂ້ອຍ​ຮູ້​ຄວາມຄິດ​ພວກເຈົ້າ​ທັງໝົດ ຄື​ຄວາມຄິດ​ເຕັມແຕ່​ອຸບາຍ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ.


ລາວ​ໃຈຮ້າຍ​ໃຫ້​ເພື່ອນ​ຂອງ​ໂຢບ​ສາມ​ຄົນ​ດ້ວຍ. ພວກເຂົາ​ຫາ​ຄຳເວົ້າ​ມາ​ຕອບ​ໂຢບ​ບໍ່ໄດ້ ຈຶ່ງ​ເຮັດ​ໃຫ້​ເຫັນ​ຄື​ວ່າ​ພຣະເຈົ້າ​ເປັນ​ຝ່າຍ​ຜິດ.


ຫລັງຈາກ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂຢບ​ສຸດ​ແລ້ວ ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່​ເອລີຟັດ​ຊາວ​ເຕມານ​ວ່າ, “ເຮົາ​ໃຈຮ້າຍ​ໃຫ້​ເຈົ້າ ແລະ​ເພື່ອນ​ສອງ​ຄົນ​ຂອງ​ເຈົ້າ ເພາະ​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ ຕາມ​ວິທີ​ທີ່​ໂຢບ​ຄົນ​ຮັບໃຊ້​ຂອງເຮົາ​ໄດ້​ເວົ້າ.


ຄື: ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວປະເສີດ​ກໍ​ມີ​ການ​ປະກາດ​ແກ່​ຄົນ​ຍາກຈົນ.


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ການ​ປ່ວຍ​ຂອງ​ລາຊະໂຣ​ນີ້ ບໍ່​ເຖິງ​ແກ່​ຄວາມ​ຕາຍ​ດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ນຳ​ກຽດຕິຍົດ​ແກ່​ພຣະເຈົ້າ ແລະ​ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ກຽດຕິຍົດ​ເພາະ​ການ​ປ່ວຍ​ນີ້.”


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຄົງ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ.”


ເມື່ອ​ຊາວ​ພື້ນເມືອງ​ຂອງ​ເກາະ​ນີ້ ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຄົງ​ເປັນ​ຜູ້ຂ້າຄົນ ເພາະ​ເວນກຳ​ຍັງ​ນຳ​ມາ​ສະໜອງ​ເອົາ​ຊີວິດ​ລາວ​ຢູ່ ເຖິງ​ແມ່ນ​ວ່າ​ລາວ​ພົ້ນ​ຈາກ​ທະເລ​ແລ້ວ​ກໍຕາມ.”


ເມື່ອ​ຂູ່ເຂັນ​ທ່ານ​ທັງສອງ​ຢ່າງ​ແຂງແຮງ​ຕື່ມ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ເພາະ​ເຫັນ​ວ່າ​ບໍ່ມີ​ເລື່ອງ​ອັນ​ໃດ​ທີ່​ຈະ​ໃສ່​ໂທດ​ພວກເພິ່ນ​ໄດ້ ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.


ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮູ້ຈັກ ແລະ​ໄດ້​ເຊື່ອ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກເຮົາ ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ ຜູ້ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມຮັກ ກໍ​ຢູ່​ໃນ​ພຣະເຈົ້າ ແລະ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ.


ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ຄວາມຮັກ​ຂອງ​ພຣະອົງ​ສຳລັບ​ພວກເຮົາ ໂດຍ​ໄດ້​ໃຊ້​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ, ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ດ້ວຍ​ພຣະບຸດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka