Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 8:6 - ພຣະຄຳພີສັກສິ

6 ພວກເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ຫາ​ເຫດ​ຟ້ອງ​ພຣະເຢຊູເຈົ້າ, ແຕ່​ພຣະອົງ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຂົາ​ໃຊ້​ຄຳຖາມ​ນີ້​ເປັນ​ບ້ວງແຮ້ວ​ເພື່ອ​ຊອກຫາ​ເຫດ​ກ່າວຫາ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ກົ້ມລົງ ແລະ ໃຊ້​ນິ້ວມື​ຂຽນ​ລົງ​ທີ່​ພື້ນດິນ.

Uka jalj uñjjattʼäta Copia luraña




ໂຢຮັນ 8:6
27 Jak'a apnaqawi uñst'ayäwi  

ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ; ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້. ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.


ຂ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລະວັງ​ສິ່ງ​ທີ່​ຂ້ອຍ​ກະທຳ ແລະ​ຈະ​ບໍ່​ເວົ້າ​ສິ່ງໃດ ເມື່ອ​ຄົນຊົ່ວ​ຢູ່​ໃກ້.”


ສົນນຳ​ການ​ຜິດຖຽງກັນ​ທີ່​ບໍ່​ກ່ຽວກັບ​ຕົນ ກໍ​ສໍ່າກັບ​ດຶງ​ຫູ​ໝາ​ທີ່​ຍ່າງ​ກາຍໄປ​ນັ້ນ.


ເວລາ​ສຳລັບ​ຈີກ ແລະ​ເວລາ​ສຳລັບ​ຫຍິບ ເວລາ​ສຳລັບ​ມິດງຽບ ແລະ​ເວລາ​ສຳລັບ​ເວົ້າຈາ.


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ໃນ​ທັນໃດນັ້ນ ກໍໄດ້​ມີ​ມື​ມະນຸດ​ປາກົດ​ໃຫ້​ເຫັນ ແລະ​ເລີ່ມ​ຂຽນ​ໃສ່​ຝາ​ຂອງ​ຣາຊວັງ ບ່ອນ​ທີ່​ຕະກຽງ​ສ່ອງ​ແສງ​ໃສ​ແຈ້ງ​ທີ່ສຸດ. ກະສັດ​ເຫັນ​ໃນ​ຂະນະທີ່​ມື​ນັ້ນ​ກຳລັງ​ຂຽນ​ຢູ່.


ພວກເຈົ້າ​ກຽດຊັງ​ຜູ້​ທີ່​ກ່າວຕຳໜິ​ໃນ​ຄວາມ​ຍຸຕິທຳ ແລະ​ດູຖູກ​ລາວ​ຜູ້​ທີ່​ເວົ້າ​ຄວາມຈິງ.


ເພາະສະນັ້ນ ການ​ມິດງຽບ​ຢູ່​ໃນ​ຄາວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ນີ້ ຈຶ່ງ​ເປັນ​ການ​ສະຫລາດ​ທີ່​ຄວນ​ເຮັດ.


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ແຕ່​ພຣະອົງ​ບໍ່ໄດ້​ກ່າວ​ຈັກ​ຄຳ​ແກ່​ນາງ, ພວກ​ສາວົກ​ມາ​ຫາ​ພຣະອົງ ແລະ​ຂໍຮ້ອງ​ວ່າ, “ບອກ​ນາງ​ໜີ​ສາ ເພາະ​ນາງ​ຮ້ອງ​ຕາມ​ພວກເຮົາ​ມາ.”


ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ ໄດ້​ມາ​ທົດລອງ​ພຣະເຢຊູເຈົ້າ, ພວກເຂົາ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຢ່າງ​ໜຶ່ງ ຈາກ​ສະຫວັນ​ໃຫ້​ພວກເຂົາ​ເຫັນ.


ພວກ​ຟາຣີຊາຍ​ມາ​ຫາ​ພຣະອົງ ເພື່ອ​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ​ອະນຸຍາດ​ໃຫ້​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ ດ້ວຍ​ສາເຫດ​ໃດໜຶ່ງ​ກໍໄດ້​ບໍ?”


ແຕ່​ພຣະເຢຊູເຈົ້າ​ຮູ້​ເຈດຕະນາ​ຊົ່ວຮ້າຍ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ຄົນ​ໜ້າຊື່​ໃຈຄົດ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ທົດລອງ​ເຮົາ?


ແລະ​ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ທຳມະຈານ​ກໍ​ທົດລອງ​ພຣະອົງ


ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’


ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຖາມ​ວ່າ, “ຕາມ​ກົດບັນຍັດ​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ​ໄດ້​ບໍ?”


ພຣະເຢຊູເຈົ້າ​ຮູ້​ເຖິງ​ອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ພວກເຈົ້າ​ມາ​ທົດລອງ​ເຮົາ​ເຮັດ​ຫຍັງ? ຈົ່ງ​ນຳ​ເງິນ​ຫລຽນ​ໜຶ່ງ​ມາ​ໃຫ້​ເຮົາ​ເບິ່ງດູ.”


ຄົນ​ໃນ​ທີ່ນັ້ນ​ຕ່າງ​ກໍ​ຊອມ​ເບິ່ງ​ວ່າ ພຣະເຢຊູເຈົ້າ​ຈະ​ຊົງ​ໂຜດ​ຮັກສາ​ຄົນ​ນີ້​ໃນ​ວັນ​ຊະບາໂຕ​ຫລື​ບໍ່ ເພາະ​ພວກເຂົາ​ຢາກ​ຫາ​ຂໍ້​ຟ້ອງ​ພຣະອົງ​ວ່າ​ເຮັດ​ຜິດ.


ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຕັ້ງຕົ້ນ​ໂຕ້ຖຽງ​ກັບ​ພຣະອົງ, ພວກເຂົາ​ຢາກ​ຈັບ​ຜິດ​ພຣະອົງ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຈາກ​ສະຫວັນ.


ຄັ້ງ​ໜຶ່ງ ມີ​ທຳບັນດິດ​ຄົນ​ໜຶ່ງ ໄດ້​ຢືນ​ຂຶ້ນ​ເພື່ອ​ທົດລອງ​ພຣະເຢຊູເຈົ້າ ລາວ​ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”


ສ່ວນ​ຄົນອື່ນ​ນັ້ນ ຫວັງ​ຢາກ​ຈັບ​ຜິດ​ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຈາກ​ສະຫວັນ.


ພໍ​ຮຸ່ງ​ເຊົ້າ​ມາ ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ອີກ ປະຊາຊົນ​ທັງໝົດ​ໄດ້​ເຕົ້າໂຮມ​ອ້ອມ​ພຣະອົງ ແລະ​ພຣະອົງ​ກໍ​ນັ່ງ​ລົງ​ຕັ້ງຕົ້ນ​ສັ່ງສອນ.


ຢ່າ​ໃຫ້​ພວກເຮົາ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ທົດລອງ ແລະ​ພວກເຂົາ​ກໍ​ຖືກ​ຂ້າ​ຕາຍ​ດ້ວຍ​ງູ​ພິດ​ຕອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka