Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 8:4 - ພຣະຄຳພີສັກສິ

4 ພວກເຂົາ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ ຍິງ​ຄົນ​ນີ້​ຖືກ​ຈັບ​ໃນ​ເວລາ​ກຳລັງ​ຫລິ້ນຊູ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ຍິງ​ຜູ້​ນີ້​ຖືກ​ຈັບ​ໃນ​ເວລາ​ທີ່​ກຳລັງ​ຫລິ້ນຊູ້​ຢູ່.

Uka jalj uñjjattʼäta Copia luraña




ໂຢຮັນ 8:4
6 Jak'a apnaqawi uñst'ayäwi  

ຖ້າ​ຊາຍ​ຄົນ​ໜຶ່ງ​ຫລິ້ນຊູ້​ກັບ​ເມຍ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.


ຝ່າຍ​ໂຢເຊັບ​ຄູ່ໝັ້ນ​ຂອງ​ມາຣີ​ເປັນ​ຄົນ​ດີ​ມີ​ສິນທຳ ລາວ​ບໍ່​ຢາກ​ໃຫ້​ນາງ​ຕ້ອງ​ອັບອາຍ​ຂາຍໜ້າ​ຕໍ່​ໜ້າ​ມະຫາຊົນ​ໃນ​ເລື່ອງ​ນີ້. ດັ່ງນັ້ນ ລາວ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຖອນ​ໝັ້ນ​ເສຍ​ຢ່າງ​ລັບໆ.


ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ໄດ້​ພາ​ຍິງ​ຄົນ​ໜຶ່ງ​ມາ​ຫາ​ພຣະອົງ ຍິງ​ຄົນ​ນີ້​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້ ພວກເຂົາ​ໃຫ້​ຍິງ​ຄົນ​ນີ້​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ​ທັງໝົດ.


ຕາມ​ກົດບັນຍັດ​ຂອງ​ພວກເຮົາ​ແລ້ວ ໂມເຊ​ໄດ້​ສັ່ງ​ວ່າ, ‘ຍິງ​ເຊັ່ນນີ້​ຕ້ອງ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ,’ ສ່ວນ​ທ່ານ​ເດ​ຈະ​ວ່າ​ຢ່າງ​ໃດ?”


ຖ້າ​ຊາຍ​ຄົນ​ໜຶ່ງ​ຖືກ​ຈັບ​ໄດ້​ໃນ​ຂະນະທີ່​ລາວ​ສົມສູ່​ກັບ​ເມຍ​ຂອງ​ຄົນອື່ນ ກໍ​ໃຫ້​ລົງໂທດ​ທັງສອງ​ຄົນ​ເຖິງ​ຕາຍ. ໃນ​ທຳນອງນີ້​ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.


ຕໍ່ມາ​ຄົນເລວີ​ຜູ້​ນີ້​ກໍ​ຕັດສິນໃຈ​ຕາມ​ນາງ​ໄປ ແລະ​ພະຍາຍາມ​ຊັກຊວນ​ນາງ​ໃຫ້​ຄືນ​ເມືອ​ຢູ່​ກັບ​ຕົນ. ລາວ​ພາ​ຄົນ​ຮັບໃຊ້​ກັບ​ລໍ​ສອງ​ໂຕ​ຂອງຕົນ​ໄປ​ນຳ. ນາງ​ໄດ້​ພາ​ຜົວ​ທີ່​ເປັນ​ຄົນເລວີ​ເຂົ້າ​ໄປ​ໃນ​ເຮືອນ. ເມື່ອ​ພໍ່​ຂອງ​ນາງ​ເຫັນ​ຄົນເລວີ​ຜູ້​ນີ້ ເພິ່ນ​ກໍ​ຮັບ​ຕ້ອນ​ລາວ​ດ້ວຍ​ຄວາມ​ຈິງໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka