Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 8:2 - ພຣະຄຳພີສັກສິ

2 ພໍ​ຮຸ່ງ​ເຊົ້າ​ມາ ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ອີກ ປະຊາຊົນ​ທັງໝົດ​ໄດ້​ເຕົ້າໂຮມ​ອ້ອມ​ພຣະອົງ ແລະ​ພຣະອົງ​ກໍ​ນັ່ງ​ລົງ​ຕັ້ງຕົ້ນ​ສັ່ງສອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພໍ​ຮຸ່ງເຊົ້າ​ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ອີກ, ບ່ອນ​ທີ່​ຄົນ​ທັງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ພຣະອົງ​ນັ່ງລົງ​ເພື່ອ​ສັ່ງສອນ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຮັນ 8:2
14 Jak'a apnaqawi uñst'ayäwi  

ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


“ເປັນ​ເວລາ​ຊາວສາມ​ປີ​ແລ້ວ ຄື​ນັບ​ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ມາ​ຈົນເຖິງ​ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່ເຄີຍ​ປົກປິດ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈາກ​ພວກທ່ານ​ເລີຍ. ແຕ່​ພວກທ່ານ​ບໍ່ໄດ້​ເອົາໃຈໃສ່.


ພວກເຂົາ​ໄດ້​ຫັນຫລັງ​ໃຫ້​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສືບຕໍ່​ສັ່ງສອນ​ພວກເຂົາ​ສໍ່າໃດ​ກໍດີ; ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ​ແລະ​ຮຽນຮູ້​ເລີຍ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພວກເຈົ້າ​ຖື​ດາບ ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ​ເໝືອນ​ດັ່ງ​ຈັບ​ໂຈນ​ຊັ້ນບໍ? ທຸກໆ​ວັນ​ເຮົາ​ໄດ້​ນັ່ງ​ສັ່ງສອນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແຕ່​ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ.


ກາງເວັນ​ພຣະອົງ​ຊົງ​ສັ່ງສອນ​ໃນ​ພຣະວິຫານ​ທຸກໆ​ວັນ ແລະ​ໃນ​ຕອນ​ກາງຄືນ​ພຣະອົງ​ກໍ​ສະເດັດ​ອອກ​ໄປ​ຢູ່​ທີ່​ພູເຂົາ​ໝາກກອກເທດ.


ພໍ​ຮຸ່ງ​ແຈ້ງ ປະຊາຊົນ​ທັງຫລາຍ​ກໍໄດ້​ມາ​ທີ່​ພຣະວິຫານ​ເພື່ອ​ຟັງ​ພຣະອົງ.


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກໍ້​ໜັງສື​ມ້ວນ ຍື່ນຄືນ​ໃຫ້​ແກ່​ຜູ້​ທີ່​ມີ​ໜ້າທີ່​ເກັບ​ຮັກສາ​ໄວ້ ແລະ​ນັ່ງ​ລົງ ທຸກຄົນ​ໃນ​ທຳມະສາລາ​ຕ່າງ​ກໍ​ຈ້ອງ​ຕາ​ເບິ່ງ​ພຣະອົງ


ພຣະເຢຊູເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ​ລຳ​ໜຶ່ງ ຊຶ່ງ​ເປັນ​ຂອງ​ຊີໂມນ ແລະ​ບອກ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ຫ່າງ​ຈາກ​ຝັ່ງ​ໜ້ອຍ​ໜຶ່ງ ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ໃນ​ເຮືອ ແລະ​ສັ່ງສອນ​ປະຊາຊົນ.


ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳ​ເຫຼົ່ານີ້ ໃນ​ຂະນະທີ່​ພຣະອົງ​ສັ່ງສອນ​ໃນ​ພຣະວິຫານ ຢູ່​ຫ້ອງ​ບ່ອນ​ທີ່​ວາງ​ຫີບ​ຖວາຍ​ຊັບ, ແຕ່​ບໍ່ມີ​ຜູ້ໃດ​ຈັບ​ພຣະອົງ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ໄດ້​ພາ​ຍິງ​ຄົນ​ໜຶ່ງ​ມາ​ຫາ​ພຣະອົງ ຍິງ​ຄົນ​ນີ້​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້ ພວກເຂົາ​ໃຫ້​ຍິງ​ຄົນ​ນີ້​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ​ທັງໝົດ.


ເມື່ອ​ອັກຄະສາວົກ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຕັ້ງຕົ້ນ​ສັ່ງສອນ. ມະຫາ​ປະໂຣຫິດ​ກັບ​ພັກພວກ​ຂອງຕົນ ໄດ້​ເອີ້ນ​ເຖົ້າແກ່​ຊາວ​ຢິວ​ທຸກຄົນ​ມາ ສຳລັບ​ປະຊຸມ​ສະພາ​ສູງສຸດ​ຄົບ​ຄະນະ, ແລ້ວ​ພວກເຂົາ​ກໍ​ສັ່ງ​ເຈົ້າໜ້າທີ່​ໃຫ້​ໄປ​ທີ່​ຄຸກ ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ​ປາກົດ​ຕົວ​ຕໍ່ໜ້າ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka