Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:6 - ພຣະຄຳພີສັກສິ

6 ພຣະເຢຊູເຈົ້າ​ຊົງ​ບອກ​ພວກເຂົາ​ວ່າ, “ເວລາ​ກຳນົດ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ​ເທື່ອ ແຕ່​ເວລາ​ຂອງ​ພວກເຈົ້າ​ແລ້ວ ແມ່ນ​ມີ​ຢູ່​ສະເໝີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ເວລາ​ຂອງ​ເຮົາ​ຍັງ​ບໍ່​ມາ​ເຖິງ ສຳລັບ​ພວກເຈົ້າ​ແລ້ວ​ເວລາ​ໃດ​ກໍ​ເໝາະສົມ.

Uka jalj uñjjattʼäta Copia luraña




ໂຢຮັນ 7:6
10 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ລຸກ​ຂຶ້ນ​ມາ​ດຳເນີນການ ແລະ​ຈະ​ສົງສານ​ພູເຂົາ​ຊີໂອນ​ດ້ວຍ. ເວລາ​ແຫ່ງ​ພຣະເມດຕາ​ໄດ້​ມາ​ສູ່​ເມືອງ​ນີ້​ແລ້ວ ເວລາ​ທີ່​ກຳນົດ​ໄວ້​ກໍ​ມາຮອດ​ມາເຖິງ​ແລ້ວ.


ພຣະອົງ​ຊົງ​ຕອບ​ວ່າ, “ຈົ່ງ​ເຂົ້າ​ໄປ​ຫາ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ ແລະ​ບອກ​ລາວ​ວ່າ, ‘ອາຈານ​ບອກ​ວ່າ, ເວລາ​ຂອງເຮົາ​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ຈະ​ສະຫລອງ​ປັດສະຄາ​ທີ່​ບ້ານ​ຂອງ​ເຈົ້າ ພ້ອມ​ກັບ​ພວກ​ສາວົກ​ຂອງເຮົາ.”’


ກ່ອນ​ເຖິງ​ວັນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ຮູ້​ດີ​ວ່າ ເວລາ​ທີ່​ພຣະອົງ​ຈະ​ຈາກ​ໂລກນີ້ ໄປ​ຫາ​ພຣະບິດາເຈົ້າ​ກໍ​ມາ​ເຖິງ​ແລ້ວ ພຣະອົງ​ຮັກ​ພວກ​ຂອງ​ພຣະອົງ​ຢູ່​ໃນ​ໂລກນີ້ ແລະ​ພຣະອົງ​ຮັກ​ພວກເຂົາ​ຈົນເຖິງ​ທີ່ສຸດ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ແລ້ວ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ເຖິງ​ເວລາ​ແລ້ວ ຂໍໂຜດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ​ເຖີດ ເພື່ອ​ພຣະບຸດ​ຈະ​ໄດ້​ຖວາຍ​ສະຫງ່າຣາສີ​ແກ່​ພຣະອົງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ນາງ​ເອີຍ ປະ​ໃຫ້​ເປັນ​ທຸລະ​ຂອງເຮົາ​ເສຍ ເພາະ​ເວລາ​ຂອງເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ.”


ແລ້ວ​ພວກເຂົາ​ກໍ​ຊອກ​ຫາ​ທາງ​ຈັບ​ພຣະອົງ, ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ​ໄດ້ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ໃຫ້​ພວກເຈົ້າ​ພາກັນ​ໄປ​ເທດສະການ​ສາ ເຮົາ​ຍັງ​ບໍ່​ໄປ ໃນ​ເທດສະການ​ນັ້ນ​ເທື່ອ ເພາະ​ເວລາ​ເໝາະ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ.”


ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳ​ເຫຼົ່ານີ້ ໃນ​ຂະນະທີ່​ພຣະອົງ​ສັ່ງສອນ​ໃນ​ພຣະວິຫານ ຢູ່​ຫ້ອງ​ບ່ອນ​ທີ່​ວາງ​ຫີບ​ຖວາຍ​ຊັບ, ແຕ່​ບໍ່ມີ​ຜູ້ໃດ​ຈັບ​ພຣະອົງ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເພິ່ນ​ວ່າ, “ບໍ່ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ທີ່​ຈະ​ຮູ້​ເວລາ ຫລື​ຍາມ​ກຳນົດ ຊຶ່ງ​ພຣະບິດາເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້ ດ້ວຍ​ສິດ​ຂອງ​ພຣະອົງ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka