Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:4 - ພຣະຄຳພີສັກສິ

4 ເພາະ​ບໍ່ມີ​ຜູ້ໃດ​ປິດບັງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ​ຢູ່ ຖ້າ​ຜູ້ນັ້ນ​ຕ້ອງການ​ໃຫ້​ຄົນ​ຮູ້ ໃນ​ເມື່ອ​ເຈົ້າ​ເຮັດ​ການ​ເຫຼົ່ານີ້​ຢູ່ ຈົ່ງ​ສະແດງ​ໃຫ້​ໂລກ​ຮູ້​ເຈົ້າ​ສາ” (

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ບໍ່​ມີ​ຜູ້ໃດ​ຢາກ​ເປັນ​ທີ່​ຮູ້ຈັກ​ຂອງ​ສາທາລະນະ​ແລ້ວ​ຍັງ​ເຮັດ​ໃນ​ທີ່​ລັບ. ໃນ​ເມື່ອ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ເຫລົ່ານີ້ ກໍ​ຈົ່ງ​ສະແດງ​ຕົນເອງ​ຕໍ​ໂລກ”.

Uka jalj uñjjattʼäta Copia luraña




ໂຢຮັນ 7:4
12 Jak'a apnaqawi uñst'ayäwi  

ຂະນະດຽວກັນ ເຈົ້າໜ້າທີ່​ຜູ້​ໄປ​ນຳ​ມີກາອີຢາ​ມາ​ນັ້ນ​ກໍໄດ້​ກ່າວ​ຕໍ່​ລາວ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ​ໄດ້​ທຳນວາຍ​ເຖິງ​ຄວາມ​ສຳເລັດ​ໃຫ້​ກະສັດ ເຈົ້າ​ກໍ​ຄວນ​ເຮັດ​ແບບ​ດຽວ​ກັນ.”


ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


ແລ້ວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ເບິ່ງດູ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ຝູງ​ເທວະດາ​ ເຖິງ​ເລື່ອງ​ທ່ານ ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງ​ເພິ່ນ​ ອູ້ມ​ທ່ານ​ໄວ້ ແມ່ນແຕ່​ຕີນ​ຂອງທ່ານ​ຈະ​ບໍ່ໄດ້ ຖືກ​ກ້ອນຫີນ.”’


“ເມື່ອ​ເຈົ້າ​ທັງຫລາຍ​ຖືສິນ​ອົດອາຫານ ຢ່າ​ເຮັດ​ສີ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ເຂົາ​ເຮັດ​ສີ​ໜ້າ​ເສົ້າໝອງ ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກ​ຕົນ​ຖືສິນ​ອົດອາຫານ. ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


“ເມື່ອ​ເຈົ້າ​ທັງຫລາຍ​ພາວັນນາ​ອະທິຖານ ຢ່າ​ເຮັດ​ເໝືອນ​ຄົນ​ໜ້າຊື່​ໃຈຄົດ ພວກເຂົາ​ມັກ​ຢືນ​ພາວັນນາ​ອະທິຖານ​ໃນ​ທຳມະສາລາ ແລະ​ຕາມ​ແຈ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


ຄົນ​ດີ​ຍ່ອມ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ດີ​ແຫ່ງ​ໃຈ​ຂອງຕົນ ຄົນຊົ່ວ​ຍ່ອມ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ຊົ່ວ​ແຫ່ງ​ໃຈ​ຂອງຕົນ ເພາະວ່າ ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.”


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດເຜີຍ ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ໃນ​ພຣະວິຫານ​ຢູ່​ສະເໝີ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເຮົາ​ບໍ່ໄດ້​ເວົ້າ​ສິ່ງໃດ​ສິ່ງໜຶ່ງ​ໃນ​ທີ່​ລັບລີ້.


ພວກ​ນ້ອງຊາຍ​ຂອງ​ພຣະອົງ​ຈຶ່ງ​ບອກ​ພຣະອົງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້ ແລະ​ໄປ​ທີ່​ແຂວງ​ຢູດາຍ ເພື່ອ​ວ່າ​ພວກ​ທີ່​ຕິດຕາມ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ.


ແມ່ນແຕ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka