Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:3 - ພຣະຄຳພີສັກສິ

3 ພວກ​ນ້ອງຊາຍ​ຂອງ​ພຣະອົງ​ຈຶ່ງ​ບອກ​ພຣະອົງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້ ແລະ​ໄປ​ທີ່​ແຂວງ​ຢູດາຍ ເພື່ອ​ວ່າ​ພວກ​ທີ່​ຕິດຕາມ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ບັນດາ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຈົ່ງ​ອອກ​ຈາກ​ຄາລີເລ ແລະ ໄປ​ຍັງ​ແຂວງ​ຢູດາຍ, ເພື່ອ​ວ່າ​ພວກສາວົກ​ຂອງ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.

Uka jalj uñjjattʼäta Copia luraña




ໂຢຮັນ 7:3
17 Jak'a apnaqawi uñst'ayäwi  

ມາ​ເທາະ ໃຫ້​ພວກເຮົາ​ຂ້າ​ລາວ ແລະ​ໂຍນ​ຊາກສົບ​ຂອງ​ລາວ​ຖິ້ມ​ລົງ​ໃນ​ນໍ້າສ້າງ​ທີ່​ບໍ່ມີ​ນໍ້າ. ພວກເຮົາ​ເວົ້າ​ວ່າ​ສັດຮ້າຍ​ກັດ​ກິນ​ລາວ​ກໍໄດ້. ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ເຫັນ​ວ່າ ຄວາມຝັນ​ຂອງ​ລາວ​ນັ້ນ​ຈະ​ເປັນ​ຢ່າງ​ໃດ​ກັນ​ແທ້?”


ແມ່ນແຕ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຈົ້າ​ກໍ​ຍັງ​ຫັກຫລັງ ພວກເຂົາ​ເຂົ້າ​ຮ່ວມກຸ່ມ​ເພື່ອ​ໂຈມຕີ​ຕໍ່ສູ້​ເຈົ້າ. ເຖິງ​ວ່າ​ພວກເຂົາ​ເວົ້າ​ຢ່າງ​ເພື່ອນມິດ​ກໍຕາມ ຢ່າ​ວາງໃຈເຊື່ອ​ທັງ​ຢ່າ​ເວົ້າ​ຄຳ​ໃດໆ​ກັບ​ພວກເຂົາ​ດ້ວຍ.”


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.


ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້ຍິນ​ວ່າ ພຣະອົງ​ກຳລັງ​ກະທຳ​ເຊັ່ນ​ນັ້ນ ພວກເຂົາ​ກໍ​ອອກ​ໄປ​ຮັບ​ພຣະອົງ ເພາະ​ພວກເຂົາ​ຄິດ​ວ່າ, “ພຣະອົງ​ເສຍ​ຈິດ”.


ແລ້ວ​ແມ່​ແລະ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ຢືນ​ຢູ່​ຂ້າງ​ນອກ, ໃຊ້​ຄົນ​ເຂົ້າ​ໄປ​ເອີ້ນ​ພຣະອົງ.


ແລ້ວ​ແມ່​ແລະ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ ໄດ້​ມາ​ຫາ​ພຣະອົງ ແຕ່​ເຂົ້າ​ໄປ​ເຖິງ​ພຣະອົງ​ບໍ່ໄດ້ ເພາະ​ຄົນ​ຫລາຍ.


ມີ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ແມ່​ແລະ​ນ້ອງຊາຍ​ຂອງທ່ານ ກຳລັງ​ຢືນ​ຢູ່​ຂ້າງ​ນອກ ຢາກ​ພົບ​ທ່ານ.”


ຝ່າຍ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກໍ​ຖືກ​ເຊີນ​ໄປ​ຮ່ວມ​ໃນ​ງານ​ນັ້ນ​ເໝືອນກັນ.


ເມື່ອ​ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ໄດ້ຍິນ​ເລື່ອງ​ນີ້ ຈຶ່ງ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ຮຸນແຮງ​ໂພດ ຜູ້ໃດ​ຈະ​ເຂົ້າໃຈ​ໄດ້.”


ດ້ວຍເຫດນີ້ ພວກ​ທີ່​ຕິດຕາມ​ພຣະອົງ​ຫລາຍ​ຄົນ​ຈຶ່ງ​ທໍ້ຖອຍ ແລະ​ບໍ່​ໄປ​ກັບ​ພຣະອົງ​ອີກ.


ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເທດສະການ​ນັ້ນ​ແລ້ວ ພຣະອົງ​ກໍ​ໄປ​ເໝືອນກັນ ພຣະອົງ​ໄປ​ຢ່າງລັບ​ໂດຍ​ບໍ່​ເປີດເຜີຍ.


ເພາະ​ບໍ່ມີ​ຜູ້ໃດ​ປິດບັງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ​ຢູ່ ຖ້າ​ຜູ້ນັ້ນ​ຕ້ອງການ​ໃຫ້​ຄົນ​ຮູ້ ໃນ​ເມື່ອ​ເຈົ້າ​ເຮັດ​ການ​ເຫຼົ່ານີ້​ຢູ່ ຈົ່ງ​ສະແດງ​ໃຫ້​ໂລກ​ຮູ້​ເຈົ້າ​ສາ” (


ແມ່ນແຕ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ).


ແລ້ວ​ເປໂຕ​ພ້ອມ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ ກໍໄດ້​ຢືນ​ຂຶ້ນ ແລະ​ເພິ່ນ​ເລີ່ມ​ກ່າວ​ດ້ວຍ​ສຽງດັງ​ແກ່​ປະຊາຊົນ​ວ່າ, “ຊາວ​ຢິວ​ທັງຫລາຍ​ພ້ອມ​ກັບ​ທຸກໆ​ຄົນ ທີ່​ມາ​ພັກ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເຂົ້າໃຈ​ເລື່ອງ​ນີ້ ແລະ​ໂຜດ​ຟັງ​ຂ້າພະເຈົ້າ​ກ່າວ​ໃຫ້​ດີ.


ເອລີອາບ​ອ້າຍກົກ​ຂອງ​ດາວິດ​ໄດ້ຍິນ​ດາວິດ​ກຳລັງ​ເວົ້າ​ກັບ​ທະຫານ​ຢູ່ ກໍ​ຮ້າຍ​ໃຫ້​ດາວິດ​ແລະ​ເວົ້າ​ວ່າ, “ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ທີ່​ນີ້? ຝຸງ​ແກະນ້ອຍ​ຂອງ​ເຈົ້າ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເຈົ້າ​ຝາກ​ໄວ້​ກັບ​ໃຜ? ຂ້ອຍ​ຮູ້ໃຈ​ຈອງຫອງ​ແລະ​ຄວາມຊົ່ວຮ້າຍ​ຂອງເຈົ້າ ເຈົ້າ​ມາ​ທີ່​ນີ້​ເພື່ອ​ເບິ່ງ​ການ​ສູ້ຮົບ​ກັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka