Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:10 - ພຣະຄຳພີສັກສິ

10 ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເທດສະການ​ນັ້ນ​ແລ້ວ ພຣະອົງ​ກໍ​ໄປ​ເໝືອນກັນ ພຣະອົງ​ໄປ​ຢ່າງລັບ​ໂດຍ​ບໍ່​ເປີດເຜີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເຖິງຢ່າງໃດກໍຕາມ, ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ໄປ​ງານ​ເທດສະການ​ແລ້ວ, ພຣະອົງ​ກໍ​ໄປ​ເໝືອນກັນ, ບໍ່​ໄດ້​ເປີດເຜີຍ ແຕ່​ໄປ​ຢ່າງ​ລັບໆ.

Uka jalj uñjjattʼäta Copia luraña




ໂຢຮັນ 7:10
13 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮັກ​ວິຫານ​ຂອງ​ພຣະອົງ ຊຶ່ງ​ເປັນ​ບ່ອນ​ສະຖິດ​ຂອງ​ພຣະອົງ ເປັນ​ສະຖານ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຍິນດີ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຄື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ​ແລ້ວ.”


ເພາະສະນັ້ນ ການ​ມິດງຽບ​ຢູ່​ໃນ​ຄາວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ນີ້ ຈຶ່ງ​ເປັນ​ການ​ສະຫລາດ​ທີ່​ຄວນ​ເຮັດ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.


ແຕ່​ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ບັດນີ້ ຈົ່ງ​ຍອມ​ໃຫ້​ເປັນ​ໄປ​ຢ່າງ​ນີ້​ສາ ເພາະ​ສົມຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງ​ນີ້​ໃຫ້​ສຳເລັດ​ຕາມ​ຄວາມ​ຊອບທຳ​ທຸກຢ່າງ​ທີ່​ພຣະເຈົ້າ​ປະສົງ.” ດັ່ງນັ້ນ ໂຢຮັນ​ຈຶ່ງ​ຍອມ.


ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້ຍິນ​ວ່າ ພຣະອົງ​ກຳລັງ​ກະທຳ​ເຊັ່ນ​ນັ້ນ ພວກເຂົາ​ກໍ​ອອກ​ໄປ​ຮັບ​ພຣະອົງ ເພາະ​ພວກເຂົາ​ຄິດ​ວ່າ, “ພຣະອົງ​ເສຍ​ຈິດ”.


ດ້ວຍເຫດນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່ໄດ້​ໄປ​ທາງ​ໃດ​ຢ່າງ​ເປີດເຜີຍ​ໃນ​ແຂວງ​ຢູດາຍ, ແຕ່​ພຣະອົງ​ໄດ້​ໜີໄປ​ບ່ອນ​ໜຶ່ງ ໃກ້​ກັບ​ຖິ່ນ​ແຫ້ງແລ້ງ​ກັນດານ ເຖິງ​ເມືອງ​ໜຶ່ງ​ຊື່​ວ່າ​ເອຟຣາອິມ ແລະ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາວົກ​ຂອງ​ພຣະອົງ.


ພວກ​ນ້ອງຊາຍ​ຂອງ​ພຣະອົງ​ຈຶ່ງ​ບອກ​ພຣະອົງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້ ແລະ​ໄປ​ທີ່​ແຂວງ​ຢູດາຍ ເພື່ອ​ວ່າ​ພວກ​ທີ່​ຕິດຕາມ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ.


ແມ່ນແຕ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ).


ເມື່ອ​ເວົ້າ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ຢູ່​ໃນ​ແຂວງ​ຄາລີເລ​ຕໍ່ໄປ.


ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka