Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 7:1 - ພຣະຄຳພີສັກສິ

1 ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ທຽວ​ໄປມາ​ຕາມ​ແຂວງ​ຄາລີເລ ພຣະອົງ​ບໍ່​ຢາກ​ທຽວ​ໄປ​ໃນ​ແຂວງ​ຢູດາຍ ເພາະ​ພວກ​ເຈົ້າໜ້າທີ່​ຢິວ​ໃນ​ທີ່ນັ້ນ​ຢາກ​ຂ້າ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ແຕ່​ພຣະອົງ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ ເພາະ​ພວກຜູ້ນຳ​ຊາວຢິວ​ຢູ່​ທີ່​ນັ້ນ​ກຳລັງ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 7:1
19 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’


ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ໄດ້ຍິນ​ເຊັ່ນ​ນີ້ ພວກເຂົາ​ຈຶ່ງ​ຊອກ​ຫາ​ວິທີ​ທາງ​ຈະ​ຂ້າ​ພຣະເຢຊູເຈົ້າ. ພວກເຂົາ​ຢ້ານ​ພຣະອົງ ເພາະ​ປະຊາຊົນ​ທັງໝົດ​ໄດ້​ປະຫລາດ​ໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.


ນີ້​ແມ່ນ​ຄຳ​ພະຍານ​ຂອງ​ໂຢຮັນ ໃນ​ເວລາ​ພວກ​ເຈົ້າໜ້າທີ່​ຢິວ​ໄດ້​ໃຊ້​ພວກ​ປະໂຣຫິດ ແລະ​ພວກ​ເລວີ​ບາງຄົນ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ຖາມ​ເພິ່ນ​ວ່າ, “ທ່ານ​ແມ່ນ​ຜູ້ໃດ?”


ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ກັບຄືນ​ໄປ​ແຂວງ​ຄາລີເລ.


ນີ້​ເປັນ​ໝາຍສຳຄັນ​ການ​ອັດສະຈັນ​ຄັ້ງ​ທີ​ສອງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ ຫລັງຈາກ​ທີ່​ພຣະອົງ​ໄດ້​ຈາກ​ແຂວງ​ຢູດາຍ​ໄປ​ຍັງ​ແຂວງ​ຄາລີເລ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂ້າມ​ທະເລສາບ​ຄາລີເລ (ມີ​ຊື່​ອີກ​ວ່າ​ທະເລ​ຕີເບເຣຍ).


ສ່ວນ​ພວກ​ເຈົ້າໜ້າທີ່​ຢິວ​ກໍ​ຊອກ​ຫາ​ພຣະອົງ​ໃນ​ເທດສະການ​ນັ້ນ ພວກເຂົາ​ຖາມ​ວ່າ, “ຄົນ​ນັ້ນ​ຢູ່​ໃສ?”


ແຕ່​ບໍ່ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ ເພາະ​ຢ້ານ​ເຈົ້າໜ້າທີ່​ຢິວ.


ໂມເຊ​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ່ແມ່ນ​ບໍ? ແລະ​ມີ​ຜູ້ໃດ​ໃນ​ພວກເຈົ້າ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ທີ່​ຈະ​ຂ້າ​ເຮົາ?”


ຊາວ​ນະຄອນ​ເຢຣູຊາເລັມ​ບາງຄົນ​ໄດ້​ເວົ້າ​ວ່າ, “ບໍ່ແມ່ນ​ຊາຍ​ຜູ້​ນີ້​ບໍ ທີ່​ພວກ​ເຈົ້າໜ້າທີ່​ກຳລັງ​ຊອກ​ຫາ​ເພື່ອ​ຈະ​ຂ້າ?


ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ເມືອງ​ຕ່າງໆ​ຂອງ​ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ​ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?


ເຮົາ​ຮູ້​ຢູ່​ວ່າ ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ, ແຕ່​ພວກເຈົ້າ​ຊອກ​ຫາ​ທາງ​ຈະ​ຂ້າ​ເຮົາ ເພາະ​ຄຳສັ່ງສອນ​ຂອງເຮົາ​ບໍ່​ເຂົ້າ​ສູ່​ໃຈ​ຂອງ​ພວກເຈົ້າ.


ເຮົາ​ພຽງແຕ່​ບອກ​ພວກເຈົ້າ​ເຖິງ​ຄວາມຈິງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະເຈົ້າ, ພວກເຈົ້າ​ກໍ​ຫາ​ທາງ​ທີ່​ຈະ​ຂ້າ​ເຮົາ, ການ​ຢ່າງ​ນີ້​ອັບຣາຮາມ​ບໍ່ໄດ້​ເຮັດ.


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka