Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 6:2 - ພຣະຄຳພີສັກສິ

2 ປະຊາຊົນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ​ເພາະ​ພວກເຂົາ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະອົງ​ສະແດງ​ໂດຍ​ການຮັກສາ​ຄົນເຈັບປ່ວຍ.

Uka jalj uñjjattʼäta Copia luraña




ໂຢຮັນ 6:2
19 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ຮູ້ຈັກ​ກົນອຸບາຍ​ນີ້, ພຣະອົງ​ກໍ​ສະເດັດ​ອອກ​ຈາກ​ທີ່​ນັ້ນ ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ດີ​ພະຍາດ,


ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ຂຶ້ນ​ຂີ່​ເຮືອ ແລະ​ປ່ອຍ​ໃຫ້​ປະຊາຊົນ​ຢືນ​ຢູ່​ທີ່​ແຄມ​ຝັ່ງ.


ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ອອກ​ຈາກ​ເຮືອ​ມາ ກໍ​ເຫັນ​ປະຊາຊົນ​ຝູງ​ໃຫຍ່ ພຣະອົງ​ຈຶ່ງ​ສົງສານ​ປະຊາຊົນ​ເຫຼົ່ານັ້ນ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ທັງຫລາຍ​ໃຫ້​ຫາຍ​ດີ.


ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ລົງ​ມາ​ຈາກ​ພູ​ແລ້ວ ປະຊາຊົນ​ຢ່າງ​ຫລວງຫລາຍ​ກໍ​ຕິດຕາມ​ພຣະອົງ​ໄປ.


ແຕ່​ຊາຍ​ຄົນ​ນີ້​ພໍ​ຈາກ​ໄປ​ແລ້ວ ລາວ​ກໍ​ປະກາດ​ຂ່າວ​ນີ້​ໃຫ້​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ. ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ອາດ​ເຂົ້າ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່ໄປ, ແຕ່​ພຣະອົງ​ໄດ້​ໄປ​ອາໄສ​ຢູ່​ນອກ​ເມືອງ ໃນ​ບ່ອນ​ປ່ຽວ ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ແຕ່​ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ອອກ​ໄປ ຈຶ່ງ​ຮູ້​ໄດ້​ທັນທີ. ສະນັ້ນ ປະຊາຊົນ​ຈາກ​ທຸກ​ເມຶອງ​ຈຶ່ງ​ເດີນທາງ​ຍ່າງ​ໄປ​ລ່ວງໜ້າ ກ່ອນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຈະ​ໄປ​ເຖິງ​ນັ້ນ.


ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ຈຶ່ງ​ເອີ້ນ​ສະມາຊິກ​ສະພາ​ມາ​ປະຊຸມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ? ເພາະວ່າ​ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ໝາຍສຳຄັນ​ຫລາຍ​ຢ່າງ.


ດ້ວຍເຫດນີ້ ປະຊາຊົນ​ທັງຫລາຍ​ຈຶ່ງ​ອອກ​ໄປ​ຫາ​ພຣະເຢຊູເຈົ້າ ເພາະ​ໄດ້ຍິນ​ເຖິງ​ໝາຍສຳຄັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ.


ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ


ພຣະເຢຊູເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ ທີ່​ບ້ານ​ການາ ແຂວງ​ຄາລີເລ, ໃນ​ທີ່ນັ້ນ ພຣະອົງ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ປາກົດ ແລະ​ພວກ​ສາວົກ​ກໍໄດ້​ເຊື່ອ​ໃນ​ພຣະອົງ.


ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຍາມ​ເທດສະການ​ສະຫລອງ​ປັດສະຄາ​ນັ້ນ ໄດ້​ມີ​ຫລາຍ​ຄົນ​ຮັບ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ.


ພຣະເຢຊູເຈົ້າ​ເຮັດ​ການ​ອັດສະຈັນ​ອື່ນໆ​ອີກ​ຫລາຍ​ປະການ ຕໍ່ໜ້າ​ພວກ​ສາວົກ​ຂອງ​ພຣະອົງ ແຕ່​ບໍ່ໄດ້​ຈົດ​ໄວ້​ໃນ​ໜັງສື​ເຫຼັ້ມ​ນີ້.


ຊາຍ​ຄົນ​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ຕອນ​ກາງຄືນ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ເປັນ​ຄູສອນ​ມາ​ຈາກ​ພຣະເຈົ້າ ເພາະ​ບໍ່ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ທີ່​ທ່ານ​ເຮັດ​ນີ້​ໄດ້ ຖ້າ​ພຣະເຈົ້າ​ບໍ່​ສະຖິດ​ຢູ່​ນຳ​ຜູ້ນັ້ນ.”


ເມື່ອ​ຄົນ​ທັງຫລາຍ​ໄດ້​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ ທີ່​ພຣະອົງ​ເຮັດ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ ທີ່​ຕ້ອງ​ກຳນົດ​ວ່າ​ຈະ​ມາ​ໃນ​ໂລກນີ້.”


ມື້​ຕໍ່ມາ ປະຊາຊົນ​ທີ່​ຍັງ​ຢູ່​ຟາກ​ທະເລສາບ​ເບື້ອງ​ນັ້ນ ເຫັນ​ວ່າ​ວັນ​ກ່ອນ​ມີ​ເຮືອ​ຢູ່​ໃນ​ບ່ອນ​ນັ້ນ​ພຽງແຕ່​ລຳ​ດຽວ ພວກເຂົາ​ຮູ້​ວ່າ​ພຣະເຢຊູເຈົ້າ​ບໍ່ໄດ້​ຂີ່​ເຮືອ​ລຳ​ນັ້ນ ມີ​ແຕ່​ພວກ​ສາວົກ​ຂີ່​ຂ້າມ​ໄປ​ເທົ່ານັ້ນ.


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຊອກ​ຫາ​ເຮົາ ບໍ່ແມ່ນ​ຍ້ອນ​ໄດ້​ເຫັນ​ການ​ອັດສະຈັນ ແຕ່​ຍ້ອນ​ໄດ້​ກິນ​ເຂົ້າຈີ່​ອີ່ມ.


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າດັ່ງນັ້ນ ມີ​ໝາຍສຳຄັນ​ການ​ອັດສະຈັນ​ອັນ​ໃດ​ທີ່​ທ່ານ​ຈະ​ເຮັດ ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ​ຈະ​ໄດ້​ເຊື່ອ​ໃນ​ທ່ານ? ທ່ານ​ຈະ​ເຮັດ​ຫຍັງ​ແດ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka