Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 6:1 - ພຣະຄຳພີສັກສິ

1 ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຂ້າມ​ທະເລສາບ​ຄາລີເລ (ມີ​ຊື່​ອີກ​ວ່າ​ທະເລ​ຕີເບເຣຍ).

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຕໍ່ມາ ພຣະເຢຊູເຈົ້າ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ​ຄາລີເລ (ຄື​ທະເລ​ຕີເບເຣຍ),

Uka jalj uñjjattʼäta Copia luraña




ໂຢຮັນ 6:1
12 Jak'a apnaqawi uñst'ayäwi  

ຕໍ່ຈາກນັ້ນ ຈະ​ເລີຍ​ລົງ​ໄປ​ທາງໃຕ້​ເຖິງ​ຣິບລາ ທາງ​ຕາເວັນອອກ​ຂອງ​ອາອິນ ແລະ​ຂຶ້ນ​ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ຝັ່ງ​ທະເລສາບ​ຄາລິເລ


ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ລຽບ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ, ພຣະອົງ​ໄດ້​ຂຶ້ນ​ໄປ​ໂນນ​ພູ ແລະ​ນັ່ງ​ລົງ​ທີ່​ນັ້ນ.


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ນັ້ນ ພຣະອົງ​ກໍ​ເຫັນ​ສອງ​ອ້າຍ​ນ້ອງ​ທີ່​ເປັນ​ຄົນ​ຫາ​ປາ ຜູ້ໜຶ່ງ​ຊື່​ວ່າ​ຊີໂມນ (ຍັງ​ມີ​ຊື່​ອີກ​ວ່າ ເປໂຕ) ແລະ​ນ້ອງ​ຂອງ​ເພິ່ນ​ຊື່​ວ່າ ອັນເດອາ, ພວກເພິ່ນ​ກຳລັງ​ຖິ້ມ​ມອງ​ຫາ​ປາ​ລົງ​ໃນ​ທະເລສາບ.


ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ພວກ​ສາວົກ​ອີກ​ຄັ້ງ​ໜຶ່ງ ຢູ່​ແຄມ​ທະເລສາບ​ຕີເບເຣຍ, ເຫດການ​ເກີດຂຶ້ນ​ດັ່ງນີ້:


ແຕ່​ມີ​ເຮືອ​ລຳ​ອື່ນ ຊຶ່ງ​ມາ​ຈາກ​ຕີເບເຣຍ​ມາ​ຈອດ​ຢູ່​ໃກ້​ກັບ​ບ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ແລ້ວ​ນັ້ນ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ທຽວ​ໄປມາ​ຕາມ​ແຂວງ​ຄາລີເລ ພຣະອົງ​ບໍ່​ຢາກ​ທຽວ​ໄປ​ໃນ​ແຂວງ​ຢູດາຍ ເພາະ​ພວກ​ເຈົ້າໜ້າທີ່​ຢິວ​ໃນ​ທີ່ນັ້ນ​ຢາກ​ຂ້າ​ພຣະອົງ.


ພວກເຂົາ​ຈຶ່ງ​ຖາມ​ລາວ​ວ່າ, “ເຫດ​ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ເຫັນຮຸ່ງ​ໄດ້?”


ລວມທັງ​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ ແຕ່​ທະເລສາບ​ຄາລີເລ​ໄປ​ທາງທິດໃຕ້ ຈົນເຖິງ​ເບັດ​ເຢຊີໂມດ (ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ) ແລະ​ຕີນ​ພູ​ປີສະກາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka