Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:7 - ພຣະຄຳພີສັກສິ

7 ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ບໍ່ມີ​ຜູ້ໃດ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນໍ້າ​ຕອນ​ທີ່​ນໍ້າ​ເຟືອນ ແລະ​ເມື່ອ​ຂ້ານ້ອຍ​ກຳລັງ​ຈະ​ລົງ​ໄປ ຄົນອື່ນ​ກໍ​ລົງ​ໄປ​ກ່ອນ​ຂ້ານ້ອຍ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ເວລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ຜູ້ໃດ​ຈະ​ຊ່ວຍ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນ້ຳ. ໃນຂະນະ​ທີ່​ຂ້ານ້ອຍ​ພະຍາຍາມ​ຈະ​ລົງ​ໄປ ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ”.

Uka jalj uñjjattʼäta Copia luraña




ໂຢຮັນ 5:7
10 Jak'a apnaqawi uñst'ayäwi  

ເມື່ອ​ຂ້ານ້ອຍ​ຫລຽວເບິ່ງ​ທາງຂ້າງ ກໍ​ບໍ່​ເຫັນ​ມີ​ຜູ້ໃດ​ຢູ່​ທີ່ນັ້ນ​ເລີຍ ເພື່ອ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຄຸ້ມຄອງ​ຂ້ານ້ອຍ​ໄວ້.


ເພິ່ນ​ຊ່ວຍຊູ​ເອົາ​ຄົນທຸກ​ທີ່​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຄື​ພວກ​ທີ່​ມີ​ຄວາມ​ຂັດສົນ​ແລະ​ພວກ​ທີ່​ຖືກ​ປະຖິ້ມ.


ໃນ​ນະຄອນ​ເຢຣູຊາເລັມ​ໃກ້​ແຄມ​ປະຕູ​ແກະ​ມີ​ສະນໍ້າ​ໜ່ວຍ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ສະນັ້ນ​ວ່າ, ເບັດຊະທາ ທີ່​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່.


ຕາມ​ສາລາ​ເຫຼົ່ານັ້ນ​ມີ​ຄົນ​ປ່ວຍ​ນອນ​ຄອຍ​ຖ້າ​ຢູ່​ຢ່າງ​ຫລວງຫລາຍ​ເຊັ່ນ: ຄົນ​ຕາບອດ, ຄົນ​ຂາເສັ້ງ ແລະ​ຄົນ​ເປັນ​ອົງຄະ​ລີບ.


ພວກເຂົາ​ລໍ​ຖ້າ​ນໍ້າ​ເຟືອນ. ດ້ວຍວ່າ, ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ລົງ​ມາ​ກວນ​ນໍ້າ​ໃນ​ສະ​ນັ້ນ​ເປັນ​ຍາມ ແລະ​ເມື່ອ​ນໍ້າ​ເຟືອນ ຜູ້ໃດ​ລົງ​ໄປ​ໃນ​ນໍ້າ​ກ່ອນ ຜູ້ນັ້ນ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ບ່ອນ​ນັ້ນ ພຣະອົງ​ກໍ​ຮູ້​ວ່າ ລາວ​ປ່ວຍ​ເປັນ​ເວລາ​ດົນນານ​ແລ້ວ. ດັ່ງນັ້ນ ພຣະອົງ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ຢາກ​ຫາຍ​ດີ​ບໍ?”


ຂະນະທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຕາຍ​ເພື່ອ​ຊ່ວຍ​ຄົນ​ບາບ​ຕາມ​ເວລາ​ທີ່​ເໝາະສົມ.


ເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ, ໃນ​ການ​ແລ່ນ​ແຂ່ງຂັນ​ກັນ​ນັ້ນ ກໍ​ແລ່ນ​ດ້ວຍ​ກັນ​ທຸກຄົນ, ແຕ່​ມີ​ຄົນ​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ລາງວັນ. ດັ່ງນັ້ນ ຈົ່ງ​ແລ່ນ​ເພື່ອ​ຊີງ​ເອົາ​ລາງວັນ​ໃຫ້​ໄດ້.


ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ໄພ່ພົນ​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ວ່າ​ກຳລັງ​ຂອງ​ພວກເຂົາ​ຈວນ​ຈະ​ສິ້ນ. ພຣະອົງ​ຈະ​ເມດຕາ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ຕ້ອງການ​ກຳລັງ​ຊຸກຍູ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka