Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:5 - ພຣະຄຳພີສັກສິ

5 ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ປ່ວຍ​ໄດ້​ສາມສິບແປດ​ປີ​ມາ​ແລ້ວ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ເຈັບປ່ວຍ​ມາ​ໄດ້​ສາມສິບແປດ​ປີ​ແລ້ວ.

Uka jalj uñjjattʼäta Copia luraña




ໂຢຮັນ 5:5
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລູກ​ຂອງ​ເຈົ້າ​ເປັນ​ແນວ​ນີ້​ມາ​ໄດ້​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງແຕ່​ນ້ອຍ​ພຸ້ນ


ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?”


ໃນ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ເລືອດຕົກ ໄດ້​ສິບສອງ​ປີ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ທັງໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ ແຕ່​ບໍ່ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍ​ດີ​ໄດ້.


ພາຍຫລັງມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ພຣະວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ດີ​ພະຍາດ​ແລ້ວ ຢ່າ​ສູ່​ເຮັດ​ບາບ​ອີກ​ຕໍ່ໄປ ຢ້ານ​ວ່າ​ຈະ​ມີ​ເຫດຮ້າຍ​ຫລາຍກວ່າ​ນັ້ນ​ເກີດຂຶ້ນ​ກັບ​ເຈົ້າ.”


ພວກເຂົາ​ລໍ​ຖ້າ​ນໍ້າ​ເຟືອນ. ດ້ວຍວ່າ, ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ລົງ​ມາ​ກວນ​ນໍ້າ​ໃນ​ສະ​ນັ້ນ​ເປັນ​ຍາມ ແລະ​ເມື່ອ​ນໍ້າ​ເຟືອນ ຜູ້ໃດ​ລົງ​ໄປ​ໃນ​ນໍ້າ​ກ່ອນ ຜູ້ນັ້ນ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ບ່ອນ​ນັ້ນ ພຣະອົງ​ກໍ​ຮູ້​ວ່າ ລາວ​ປ່ວຍ​ເປັນ​ເວລາ​ດົນນານ​ແລ້ວ. ດັ່ງນັ້ນ ພຣະອົງ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ຢາກ​ຫາຍ​ດີ​ບໍ?”


ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ອອກ​ໄປ​ນັ້ນ ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.


ບັດນີ້ ພວກ​ຂ້ານ້ອຍ​ບໍ່​ຮູ້​ວ່າ ລາວ​ເຫັນຮຸ່ງ​ໄດ້​ຢ່າງ​ໃດ ແລະ​ບໍ່​ຮູ້​ວ່າ​ແມ່ນ​ຜູ້ໃດ​ປິ່ນປົວ​ຕາ​ຂອງ​ລາວ​ໃຫ້​ຫາຍ​ດີ ໃຫ້​ພວກທ່ານ​ຖາມ​ລາວ​ເອງ ເພາະ​ລາວ​ພົ້ນ​ກະສຽນ​ອາຍຸ​ແລ້ວ ແລະ​ຄົງ​ເວົ້າ​ເລື່ອງ​ຂອງ​ຕົນເອງ​ໄດ້.”


ໃນ​ເມືອງ​ລີສະຕຣາ​ນີ້ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນເປ້ຍ​ແຕ່​ເກີດ ແລະ​ບໍ່ເຄີຍ​ຍ່າງ​ໄປ​ໃສ​ຈັກເທື່ອ.


ທາງ​ເຂົ້າ​ພຣະວິຫານ​ມີ​ຊື່​ວ່າ​ປະຕູ​ງາມ ມີ​ຊາຍ​ຜູ້ໜຶ່ງ​ເປັນ​ຄົນເປ້ຍ​ມາ​ແຕ່​ເກີດ, ແຕ່ລະ​ວັນ ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ ເພື່ອ​ຂໍທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະວິຫານ.


ຊາຍ​ຜູ້​ທີ່​ຖືກ​ຮັກສາ​ໃຫ້​ຫາຍ​ດີ​ຍ້ອນ​ການ​ອັດສະຈັນ​ນີ້ ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


ໃນ​ທີ່​ນີ້ ເປໂຕ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ໄອເນ ຜູ້​ທີ່​ນອນ​ຢູ່​ກັບ​ບ່ອນ​ໄດ້​ແປດ​ປີ​ແລ້ວ​ເພາະ​ເປັນ​ເປ້ຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka