Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:4 - ພຣະຄຳພີສັກສິ

4 ພວກເຂົາ​ລໍ​ຖ້າ​ນໍ້າ​ເຟືອນ. ດ້ວຍວ່າ, ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ລົງ​ມາ​ກວນ​ນໍ້າ​ໃນ​ສະ​ນັ້ນ​ເປັນ​ຍາມ ແລະ​ເມື່ອ​ນໍ້າ​ເຟືອນ ຜູ້ໃດ​ລົງ​ໄປ​ໃນ​ນໍ້າ​ກ່ອນ ຜູ້ນັ້ນ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ລົງ​ມາ ແລະ ກວນ​ນ້ຳ​ເປັນ​ບາງຄັ້ງຄາວ. ໃນ​ແຕ່​ລະ​ເທື່ອ​ທີ່​ນ້ຳ​ເຟືອນ​ຄົນທຳອິດ​ທີ່​ລົງ​ໄປ​ໃນ​ສະນໍ້າ​ກໍ​ຈະ​ໄດ້​ຮັບ​ການປິ່ນປົວ​ຈາກ​ພະຍາດ​ຕ່າງໆ​ທີ່​ພວກເຂົາ​ເປັນ.

Uka jalj uñjjattʼäta Copia luraña




ໂຢຮັນ 5:4
18 Jak'a apnaqawi uñst'ayäwi  

ເອລີຊາ​ໄດ້​ສັ່ງ​ຄົນ​ຮັບໃຊ້​ອອກ​ມາ​ບອກ​ນາອາມານ ໃຫ້​ໄປ​ອາບນໍ້າ​ທີ່​ແມ່ນໍ້າ​ຈໍແດນ​ເຈັດ​ເທື່ອ ແລະ​ເພິ່ນ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ.


ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ຢ່າ​ໃຫ້​ເຈົ້າ​ໄດ້​ນອນເສີຍ​ຫລື​ຢຸດ​ພັກຜ່ອນ.


ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນໍ້າ​ນີ້​ໄຫລ​ຜ່ານ​ດິນແດນ​ໄປ​ທາງທິດ​ຕາເວັນອອກ ແລະ​ໄຫລ​ລົງ​ໄປ​ສູ່​ຮ່ອມພູ​ຈໍແດນ​ແລະ​ໄປ​ສູ່​ທະເລຕາຍ. ເມື່ອ​ໄຫລ​ລົງ​ໄປ​ໃນ​ທະເລຕາຍ ນໍ້າ​ນີ້​ກໍ​ເຮັດ​ໃຫ້​ນໍ້າເຄັມ​ໃນ​ທະເລ​ກາຍເປັນ​ນໍ້າຈືດ.


ຊາວ​ອິດສະຣາເອນ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຢູ່, ແຕ່​ພວກເຂົາ​ປະ​ໂອກາດ​ນັ້ນ​ໄປ ເພາະ​ຄວາມ​ໂງ່ຈ້າ​ດັ່ງ​ເດັກນ້ອຍ​ທີ່​ກຳລັງ​ຈະ​ເກີດ ແຕ່​ບໍ່​ຍອມ​ອອກ​ມາ​ຈາກ​ທ້ອງ​ແມ່.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ຈະ​ມີ​ນໍ້າ​ບໍ່​ໜຶ່ງ​ໄຫລ​ອອກ​ມາ ເພື່ອ​ຊຳລະ​ບາບ​ຂອງ​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຂອງ​ປະຊາຊົນ​ເຢຣູຊາເລັມ ເພາະ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ນໍ້າພຸ​ຈະ​ໄຫລ​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ. ເຄິ່ງ​ໜຶ່ງ​ຂອງ​ນໍ້າ​ນັ້ນ​ຈະ​ໄຫລ​ໄປ​ສູ່​ທະເລຕາຍ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫລ​ໄປ​ສູ່​ທະເລ​ເມດີແຕຣາເນ. ມັນ​ຈະ​ໄຫລ​ຢູ່​ຕະຫລອດ​ປີ ທັງ​ໃນ​ລະດູແລ້ງ​ແລະ​ລະດູ​ຝົນ.


ຕັ້ງແຕ່​ຄາວ​ໂຢຮັນ​ບັບຕິສະໂຕ​ຈົນເຖິງ​ປະຈຸບັນ​ນີ້ ອານາຈັກ​ສະຫວັນ​ກໍ​ຖືກ​ຍາດ​ຊິງ​ເອົາ​ຢ່າງ​ຮຸນແຮງ ແລະ​ພວກ​ທີ່​ມີ​ໃຈ​ຮຸນແຮງ​ກໍ​ເປັນ​ຜູ້​ຍາດ​ຊິງ​ເອົາ​ໄດ້.


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


“ຈົ່ງ​ເອົາໃຈໃສ່​ແຂ່ງຂັນ​ກັນ​ເຂົ້າ​ທາງ​ປະຕູ​ຄັບແຄບ ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ທີ່​ຈະ​ພະຍາຍາມ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.


“ມີ​ກົດບັນຍັດ​ແລະ​ຜູ້​ທຳນວາຍ ຈົນເຖິງ​ສະໄໝ​ໂຢຮັນ ຕັ້ງແຕ່​ນັ້ນ​ມາ ເຂົາ​ກໍ​ປະກາດ​ຂ່າວປະເສີດ​ເລື່ອງ​ຣາຊແຜ່ນດິນ​ຂອງ​ພຣະເຈົ້າ ແລະ​ຄົນ​ທັງປວງ​ກໍ​ຍາດ​ກັນ​ເຂົ້າ​ໃນ​ຣາຊແຜ່ນດິນ​ນັ້ນ.


ຕາມ​ສາລາ​ເຫຼົ່ານັ້ນ​ມີ​ຄົນ​ປ່ວຍ​ນອນ​ຄອຍ​ຖ້າ​ຢູ່​ຢ່າງ​ຫລວງຫລາຍ​ເຊັ່ນ: ຄົນ​ຕາບອດ, ຄົນ​ຂາເສັ້ງ ແລະ​ຄົນ​ເປັນ​ອົງຄະ​ລີບ.


ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ປ່ວຍ​ໄດ້​ສາມສິບແປດ​ປີ​ມາ​ແລ້ວ,


ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ບໍ່ມີ​ຜູ້ໃດ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນໍ້າ​ຕອນ​ທີ່​ນໍ້າ​ເຟືອນ ແລະ​ເມື່ອ​ຂ້ານ້ອຍ​ກຳລັງ​ຈະ​ລົງ​ໄປ ຄົນອື່ນ​ກໍ​ລົງ​ໄປ​ກ່ອນ​ຂ້ານ້ອຍ​ແລ້ວ.”


ແຕ່​ກ່ອນ ມີ​ບາງຄົນ​ໃນ​ພວກເຈົ້າ​ໄດ້​ເປັນ​ຢ່າງ​ນັ້ນ, ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະ​ຈາກ​ບາບກຳ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ແລ້ວ, ພວກເຈົ້າ​ໄດ້​ເປັນ​ຄົນ​ຊອບທຳ​ແລ້ວ ໂດຍ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ພຣະວິນຍານ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka