Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:3 - ພຣະຄຳພີສັກສິ

3 ຕາມ​ສາລາ​ເຫຼົ່ານັ້ນ​ມີ​ຄົນ​ປ່ວຍ​ນອນ​ຄອຍ​ຖ້າ​ຢູ່​ຢ່າງ​ຫລວງຫລາຍ​ເຊັ່ນ: ຄົນ​ຕາບອດ, ຄົນ​ຂາເສັ້ງ ແລະ​ຄົນ​ເປັນ​ອົງຄະ​ລີບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຢູ່​ບ່ອນນີ້​ມີ​ຄົນພິການ​ຈໍານວນ​ຫລວງຫລາຍ​ນອນ​ຢູ່​ເຊັ່ນ ຄົນຕາບອດ, ຄົນຂາເສັ້ງ, ຄົນເປ້ຍ.

Uka jalj uñjjattʼäta Copia luraña




ໂຢຮັນ 5:3
12 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ເຢໂຣໂບອາມ​ໄດ້ຍິນ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ທີ່​ເບັດເອນ. ເພິ່ນ​ກໍ​ຊີ້​ໜ້າ​ຊາຍ​ຜູ້ນັ້ນ ແລະ​ສັ່ງ​ວ່າ, “ຈັບ​ຊາຍ​ຄົນ​ນີ້​ໄວ້.” ໃນ​ທັນໃດນັ້ນ ແຂນ​ຂອງ​ກະສັດ​ກໍ​ລ່ອຍ​ຈົນ​ພັບຄືນ​ບໍ່ໄດ້.


ຄົນ​ທີ່​ຟັງ​ເຮົາ​ນັ້ນ ລາວ​ຈະ​ມີ​ຄວາມສຸກ ຄື​ຜູ້​ທີ່​ຄອຍ​ຢູ່​ທີ່​ປະຕູ​ເຮືອນ​ຂອງເຮົາ​ທຸກໆ​ວັນ.


ສະນັ້ນ ຈຶ່ງ​ເປັນ​ສິ່ງ​ດີເລີດ​ທີ່​ຄອຍຖ້າ​ຢ່າງ​ອົດທົນ ຄື​ຄອງຄອຍ​ພຣະເຈົ້າຢາເວ​ມາ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ


ເຄາະກຳ​ເປັນ​ຂອງ​ຄົນລ້ຽງແກະ​ທີ່​ບໍ່​ມີ​ຄ່າ​ເສຍ​ແລ້ວ ລາວ​ໄດ້​ປະຖິ້ມ​ຝູງແກະ​ຂອງ​ລາວ. ເສິກ​ສົງຄາມ​ຈະ​ທຳລາຍ​ອຳນາດ​ຂອງ​ລາວ​ລົງ. ແຂນ​ຂອງ​ລາວ​ຈະ​ລີບ​ເຂົ້າ​ແລະ​ຕາ​ກໍ້າ​ຂວາ​ຂອງ​ລາວ​ກໍ​ຈະ​ບອດ​ດ້ວຍ.”


ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ ພວກເຂົາ​ພາ​ຄົນ​ຂາຫ້ານ, ຄົນ​ຕາບອດ, ຄົນ​ແຂນ​ຂາ​ພິການ, ຄົນ​ປາກກືກ ແລະ​ຄົນ​ເຈັບປ່ວຍ​ຊະນິດ​ຕ່າງໆ​ຢ່າງ​ຫລວງຫລາຍ ມາ​ວາງ​ໄວ້​ທີ່​ຕີນ​ຂອງ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ຫາຍ​ດີ.


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ແລ້ວ​ພຣະອົງ​ກໍ​ຕອບ​ຄົນ​ທີ່​ໂຢຮັນ​ໃຊ້​ມາ​ນັ້ນ​ວ່າ, “ຈົ່ງ​ກັບ​ໄປ​ບອກ​ໂຢຮັນ ຕາມ​ທີ່​ພວກເຈົ້າ​ໄດ້​ເຫັນ​ແລະ​ໄດ້ຍິນ ຄື​ວ່າ​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້ ຄົນເປ້ຍ​ຍ່າງ​ໄດ້ ຜູ້​ທີ່​ທົນທຸກ​ດ້ວຍ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ​ມີ​ຊີວິດ ແລະ​ຂ່າວປະເສີດ​ກໍ​ປະກາດ​ແກ່​ຄົນ​ຍາກຈົນ.


ໃນ​ນະຄອນ​ເຢຣູຊາເລັມ​ໃກ້​ແຄມ​ປະຕູ​ແກະ​ມີ​ສະນໍ້າ​ໜ່ວຍ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ສະນັ້ນ​ວ່າ, ເບັດຊະທາ ທີ່​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່.


ພວກເຂົາ​ລໍ​ຖ້າ​ນໍ້າ​ເຟືອນ. ດ້ວຍວ່າ, ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ລົງ​ມາ​ກວນ​ນໍ້າ​ໃນ​ສະ​ນັ້ນ​ເປັນ​ຍາມ ແລະ​ເມື່ອ​ນໍ້າ​ເຟືອນ ຜູ້ໃດ​ລົງ​ໄປ​ໃນ​ນໍ້າ​ກ່ອນ ຜູ້ນັ້ນ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່.


ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ບໍ່​ເຫັນ ພວກເຮົາ​ກໍ​ຄອງຄອຍ​ຖ້າ​ສິ່ງ​ນັ້ນ​ດ້ວຍ​ໃຈ​ອົດທົນ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ. ຈົ່ງ​ເບິ່ງ​ຊາວ​ປູກຝັງ​ທີ່​ລໍຄອຍ​ຜົນ​ອັນ​ມີຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນດິນ ເຂົາ​ພຽນ​ຄອຍ​ຈົນກວ່າ​ມີ​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ປາຍ​ລະດູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka